(VOVWORLD) -ພາຍຫຼັງ 30 ປີ ແຫ່ງການປ່ຽນແປງໃໝ່, ຂະແໜງ ກະສິກຳ, ຊົນນະບົດ ໄດ້ດຶງດູດການເຂົ້າຮ່ວມຂອງ ວິສາຫະກິດ ກ່ວາ 750 ພັນ ແຫ່ງ.
ຕາມກະຊວງອຸດສາຫະກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ, ໃນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ບັນດາວິສາຫະກິດ ໄດ້ສຸມໃສ່ ພ້ອມກັບພໍ່ແມ່ພີ່ນ້ອງ ຊາວກະສິກອນ ກາຍເປັນ ກຳລັງ ຫຼັກແຫຼ່ງ ໃນລະບົບຜະລິດ, ກໍ່ຄື ໃນວິວັດການສ້າງໂຄງປະກອບຄືນໃໝ່.
ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:
ຄວາມສາມາດບົ່ມຊ້ອນໃຫຍ່ ຍ້ອນວ່າ ຍອດມູນຄ່າການຄ້າທົ່ວໂລກກ່ຽວກັບ ດ້ານສະບຽງອາຫານແມ່ນ ປະມານ ກ່ວາ 2 ພັນຕື້ USD, ໃນນັ້ນ ມູນຄ່າ ຈາກຂັ້ນຕອນ ການປຸງແຕ່ງ ກໍ່ຍັງຫຼາຍຢູ່. ດັ່ງນັ້ນ, ຖ້າຫາກວ່າ ປະຕິບັດການປຸງແຕງ ແລະ ການຜະລິດລະບົບມູນຄ່າເປັນຢ່າງດີ ມູນຄ່າຂອງ ຂະແໜງກະສິກຳນີ້ຍັງໃຫຍ່ຫຼວງກ່ວານີ້ອີກ.