ຄວາມເຄັ່ງຕຶງ ລັດເຊຍ - ຢູແກຼນ: ລັດເຊຍ ເພີ່ມທະວີຈຳນວນກ່ຳປັ່ນຢູ່ຊ່ອງແຄບທະເລ Kerck

(VOVWORLD) - ວັນທີ 08 ທັນວາ, ທ່ານ Alexei Volsky ຜູ້ຕາງໜ້າກຳລັງປ້ອງກັນຝັ່ງທະເລຂຶ້ນກັບອົງການປ້ອງກັນຄວາມສະຫງົບສະຫະພັນ ລັດເຊຍ (FSB) ໃຫ້ຮູ້ວ່າ: 
ຄວາມເຄັ່ງຕຶງ ລັດເຊຍ - ຢູແກຼນ: ລັດເຊຍ ເພີ່ມທະວີຈຳນວນກ່ຳປັ່ນຢູ່ຊ່ອງແຄບທະເລ Kerck - ảnh 1 ຊ່ອງແຄບທະເລ Kerch (ພາບ: TTXVN)

ກຳລັງປ້ອງກັນຝັ່ງທະເລ ລັດເຊຍ ຕ້ອງເພີ່ມຈຳນວນກ່ຳປັ່ນຢູ່ເຂດຄອງເໝືອງ Kerch – Yenikale ຢູ່ຊ່ອງແຄບທະເລ Kerch, ເພື່ອແນໃສ່ໂຕ້ຕອບການກະທຳເກາະຜິດໃນໄລຍະມໍ່ໆມານີ້ຈາກຝ່າຍ ຢູແກຼນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Volsky ເວົ້າວ່າ: “ກຳລັງປ້ອງກັນຄວາມສະຫງົບຢູ່ຝັ່ງທະເລຂອງ FSB ພັດຕ້ອງໂຕ້ຕອບການກະທຳເກາະຜິດຈາກ ຢູແກຼນ ດ້ວຍວິທີເພີ່ມຈຳນວນກ່ຳປັ່ນຢູ່ຄອງເໝືອງ  Kerch – Yenikale, ກໍ່ຄືຕິດຕາມກວດກາຢ່າງລະອຽດບັນດາກ່ຳປັ່ນໄປ-ມາຜ່ານເຂດນີ້ກ່ວາ”.

ຕອບກັບ

ຂ່າວ/ບົດ​ອື່ນ