ຄວາມ​ເຄ​ັ່ງ​ຕຶງ ລະ​ຫວ່າງ ອາ​ເມ​ລິ​ກາ - ອີ​ຣານ: ສ.ເກົາຫຼີ​ ກຽມ​ພ້ອມ​ແຜນ​ນະ​ໂຍ​ບາຍ​ຮັບ​ມື​ເພື່ອ​ຮັບ​ປະ​ກັນ​ເສດ​ຖະ​ກິດ

(VOVWORLD) -ວັນທີ 10 ມັງກອນ, ທ່ານ Hong Nam-ki ຮອງນາຍົກລັດຖະມົນຕີ, ຮັບຜິດຊອບເສດຖະກິດ, ທັງເປັນລັດຖະມົນຕີກະຊວງແຜນການ ແລະ ການເງິນ ສ.ເກົາຫຼີໄດ້ໃຫ້ຂໍ້ສັງເກດວ່າ ຕະຫຼາດການເງິນ ພາຍໃນ ແລະ ຕ່າງປະເທດຍັງຄົງມີສະຖຽນລະພາບ.
ຄວາມ​ເຄ​ັ່ງ​ຕຶງ ລະ​ຫວ່າງ ອາ​ເມ​ລິ​ກາ - ອີ​ຣານ: ສ.ເກົາຫຼີ​ ກຽມ​ພ້ອມ​ແຜນ​ນະ​ໂຍ​ບາຍ​ຮັບ​ມື​ເພື່ອ​ຮັບ​ປະ​ກັນ​ເສດ​ຖະ​ກິດ - ảnh 1ທ່ານ Hong Nam-ki ຮອງນາຍົກລັດຖະມົນຕີ, ຮັບຜິດຊອບເສດຖະກິດ (ພາບ: Yonhap)

ທ່ານຮອງນາຍົກລັດຖະມົນຕີ Hong Nam-ki ໄດ້ຍົກອອກ ຂໍ້ສັງເກດທີ່ມີຄວາມປະເອີບໃຈກ່ຽວກັບ ຄວາມສາມາດທີ່ວ່າ ອາເມລິກາ ແລະ ອີຣານພວມຫຼຸດຜ່ອນຄວາມເຄັ່ງຕຶງທາງການທະຫານລົງ. ທ່ານກໍ່ໃຫ້ຮູ້ວ່າ ເປົ້າໝາຍຂອງ ລັດຖະບານ ສ.ເກົາຫຼີ ໃນໄລຍະຈະມາເຖິງ ແມ່ນຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ, ຫຼຸດຜ່ອນບັນດາຜົນກະທົບຂອງການຂາດສະຖຽນລະພາບຢູ່ພາກຕາເວັນອອກກາງ ທີ່ມີຕໍ່ພື້ນຖານເສດຖະກິດໃຫ້ຢູ່ໃນລະດັບຕ່ຳສຸດ. ປັດຈຸບັນ, ລັດຖະບານ ສ.ເກົາຫຼີ ພວມຜັນຂະຫຍາຍການຮັບມືຄື ຈັດຕັ້ງກອງປະຊຸມລັດຖະມົນຕີທີ່ມີສ່ວນກ່ຽວຂ້ອງ ແລະ ກອງປະຊຸມການເງິນເສດຖະກິດມະຫາພາກຂັ້ນຮອງລັດຖະມົນຕີ …

ຕອບກັບ

ຂ່າວ/ບົດ​ອື່ນ