ຄະນະກຳມະການຄວາມເສລີໃນການເຊື່ອຖືສາສະຫນາຂອງອາເມລິກາມາຊອກຮູ້ກ່ຽວກັບການເຄື່ອນໄຫວດ້ານສາສະຫນາຢູ່ຫວຽດາມ

ຄະນະກຳມະການຄວາມເສລີໃນການເຊື່ອຖືສາສະຫນາຂອງອາເມລິກາມາຊອກຮູ້ກ່ຽວກັບການເຄື່ອນໄຫວດ້ານສາສະຫນາຢູ່ຫວຽດາມ - ảnh 1

(vovworld)- ວັນ​ທີ 28/8 ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ຄະ​ນະ​ກຳ​ມະ​ການ​ຄວາມ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ສາ​ກົນ ຂອງ​ອາ​ເມ​ລິ​ກາ ໂດຍ​ສາດ​ສະ​ດາ​ຈານ Mary Ann Glendon ນຳ​ຫນ້າ ພວມ​ຢ້​ຽມ​ຢາມ​ຫວຽດ​ນາມ, ທ່ານ ຫວູ​ຈ້ອງ​ກີມ, ຮອງ​ປະ​ທານ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ແບ່ງ​ປັນ​ກັບ​ຄະ​ນະ​ຜູ້​ແທນ ອ​າ​ເມ​ລິ​ກາ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ ເປັນ​ຕົ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ສາ​ທາ​ລະ​ນະ​ສ​ຸກ, ການ​ສຶກ​ສາ, ອຸ​ປະ​ກະ​ລະ​ສັງ​ຄົມ, ການ​ສອນ​ວິ​ຊາ​ຊີບ, ປ້ອງ​ກັນ ແລະ ຕ້ານ HIV/AIDS, ຮັກ​ສາ​ສິ່ງ​ແວດ​ລ້ອມ. ​ທ່ານ ຫວູ​ຈ້ອງ​ກີມ ​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ໃນ​ການ​ພັດ​ທະ​ນາ​ລວມຂອງ​ປະ​ເທດ​ຊາດ, ບັນ​ດາ​ຮາກ​ຖານ​ສາ​ສະ​ຫນາ​ໄດ້​ຮັບ​ການກໍ່​ສ້າງ​ນັບ​ມື້​ນັບ​ສວຍ​ງາມ, ໃຫຍ່​ໂຕກວ່າ, ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ຄວາມ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ. ສ່ວນ​ທ່ານນາງ Mary Ann Glendon, ກຳ​ມະ​ການ​ຄະ​ນະ​ດັ່ງ​ກ່າວ ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ, ສິດ​ຜົນ​ປະ​ໂຫຍດຂອງ​ບັນ​ດາ​ສາ​ສະ​ຫນາ​ເມື່ອ​ເຂົ້າ​ຮ່ວມ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ການ​ຄຸ້ມ​ຄ​ອງ​ລັດ​ໃນ​ຂົງ​ເຂດ​ເຊື່​ອ​ຖື, ເຫລື້ອມ​ໃສ​ສາ​ສະ​ຫນາ.

ຂ່າວ/ບົດ​ອື່ນ