ຄະນະກຳມະການຊົນເຜົ່າຜັນຂະຫຍາຍໜ້າທີ່ປີ 2017
|
(vovworld) - ຕອນເຊົ້າວັນທີ 11/1 ຢູ່ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2016, ຜັນຂະຫຍາຍໜ້າທີ່ປີ 2017. ປີ 2016 ລວມຍອດແຫຼ່ງເງິນທຶນ ໂດຍ ຄະນະກຳມະການເປັນປະທານຈັດແບ່ງພັດທະນາພື້ນຖານໂຄງລ່າງເຂດຊົນເຜົ່າ, ເຂດພູດອຍຢູ່ບັນດາທ້ອງຖິ່ນ ບັນລຸໄດ້ກວ່າ 7.000 ຕື້ດົງ, ເພື່ອລົງທຶນກໍ່ສ້າງເກືອບ 6.000 ກິດຈະກຳພື້ນຖານໂຄງລ່າງ; ຮັກສາບູລະນະປະຕິສັງຂອນເກືອບ 1.200 ກິດຈະກຳ; ກໍ່ສ້າງກິດຈະກຳນໍ້າປະປາໄດ້ 90 ແຫ່ງ; ໜູນຊ່ວຍ ແນວພັນປູກ, ສັດລ້ຽງ, ຝຸ່ນຊີວະພາບ, ວັດຖຸອຸປະກອນເຄື່ອງຈັກໃຫ້ນັບແສນຄອບຄົວທຸກຍາກ, ໃກ້ຈະທຸກຍາກ. ທີ່ກອງປະຊຸມ ຄະນະກຳມະການຊົນເຜົ່າວາງເປົ້າໝາຍໃນປີ 2017 ແມ່ນສືບຕໍ່ໜູນຊ່ວຍບັນດາມາດຕະການພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຕາມທິດພັດທະນາໄວ, ຍືນຍົງ, ຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງບັນດາຊົນເຜົ່າ, ເຂດ, ພາກ. ສຸມ ແຫຼ່ງກຳລັງຍູ້ແຮງການພັດທະນາການຜະລິດ, ຫຼຸດຜ່ອນຄວາມທຸກຍາກ; ເພີ່ມທະວີລົງທຶນເຂົ້າພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ, ກໍ່ສ້າງຊົນນະບົດໃໝ່; ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເຮັດວຽກງານຊົນເຜົ່າ.