ຄະນະກຳມະການຊົນເຜົ່າຫວຽດນາມ ຢ້ຽມຢາມ ລາວ

ຄະນະກຳມະການຊົນເຜົ່າຫວຽດນາມ ຢ້ຽມຢາມ ລາວ - ảnh 1
ທ່ານ​ຮອງ​ປະທານ​ປະ​ເທດລາວ ບຸນຍັງ ວໍລະຈິດ ​​ຕ້ອນຮັບ
ທ່ານ ນົງ​ກ໋ວກຕ໋ວນ, ກຳມະການສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ

(ພາບ: kpl.net.la)

(vovworld) - ວັນ​ທີ 23/05, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ຮອງ​ປະທານ​ປະ​ເທດລາວ ບຸນຍັງ ວໍລະຈິດ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ຊົນ​ເຜົ່າ​ຫວຽດນາມ ​ໂດ​ຍທ່ານ ນົງ​ກ໋ວກຕ໋ວນ, ກຳມະການສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຮອງ​ຫົວໜ້າ​ຄະນະ​ກຳມະການນຳ​ໜ້າ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ໃນ​ລະຫວ່າງ​ວັນ​ທີ 21 – 29/05. ທ່ານ​ຮອງ​ປະທານ​ປະ​ເທດ​ ບຸນຍັງ ວໍລະຈິດ ​ຕີ​ລາ​ສູງໝາກຜົນ​ແຫ່ງ​ການ​ເຈລະຈາ ​ແລະ ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳມະການ​ຊົນ​ເຜົ່າ​ຫວຽດນາມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ. ທ່ານຮອງ​ປະທານ​ປະ​ເທດ​ ບຸນຍັງ ວໍລະຈິດ ຢືນຢັນ​ວ່າ ພັກ ​ແລະ ລັດ​ລາວ ຖື​ເປັນ​ສຳຄັນ​ບັນຫາ​ຊົນ​ເຜົ່າ, ​ເພີ່ມ​ທະວີ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ສ້າງສາ​ປະ​ເທດ​ຊາດ ​ແລະ ປາດ​ຖະໜາ​ວ່າ ຄະນະ​ກຳມະການ​ຊົ​ນເຜົ່າ​ຫວຽດນາມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ​ແບ່ງປັນ​ຂໍ້​ມູນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາ​ກອນມະນຸດ. ສ່ວນ​ທ່ານ ນົງ​ກ໋ວກຕ໋ວນ ​ໃຫ້​ຮູ້​ວ່າ ຫວຽດນາມ ຈະ​ຊ່ວຍ​ລາວ ບຳລຸງ​ສ້າງ, ພະນັກງານ​ທີ່​ເຮັດ​ວຽກ​ງານ​ຊົນ​ເຜົ່າ.

ຂ່າວ/ບົດ​ອື່ນ