ຄະນະກຳມະການຜູ້ຕາງຫນ້າຖາວອນປະຈຳອາຊຽນຈັດກອງປະຊຸມກະກຽມໃຫ້ກອງປະຊຸມAMM49
ຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:kpl.gov.la
|
(vovworld)- ວັນທີ 21/7, ທີ່ ສູນປະຊຸມແຫ່ງຊາດ ຢູ່ນະຄອນຫລວງ ວຽງຈັນ ປະເທດລາວ ໄດ້ດຳເນີນກອງປະຊຸມ ຄະນະກຳມະການຜູ້ຕາງຫນ້າຖາວອນປະຈຳ ອາຊຽນ ຄັ້ງທີ 11 ພາຍໃຕ້ການເປັນປະທານຂອງທ່ານ ລັດສະໝີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງຫນ້າຖາວອນແຫ່ງ ສປປ ລາວ ປະຈຳອາຊຽນ. ກອງປະຊຸມ ເພື່ອແນໃສ່ກະກຽມເນື້ອໃນໃຫ້ບັນດາກອງປະຊຸມເຈົ້າຫນ້າທີ່ອະວຸໂສ ອາຊຽນ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາປະເທດຄູ່ເຈລະຈາ. ກອງປະຊຸມ ກໍຍາດເວລາເພື່ອແລກປ່ຽນກ່ຽວກັບບັນຫາເຊື່ອມຈອດໃນ ອາຊຽນ. ທ່ານ ຫງວຽນແຮ່ງນຳ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ປະຈຳ ອາຊຽນ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ເມື່ອຕີລາຄາກ່ຽວກັບບົດບາດຂອງຫວຽດນາມ ໃນວາລະປຶກສາຫາລືລວມ ຂອງ ຄະນະກຳມະການຜູ້ຕາງຫນ້າຖາວອນ ປະຈຳອາຊຽນ, ທ່ານ ຫງວຽນແຮ່ງນຳ ໃຫ້ຮູ້ວ່າ: “ທີ່ກອງປະຊຸມ, ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າ, ປະກອບສ່ວນເຂົ້າໃນວິວັດການປຶກສາຫາລື. ພິເສດ ໃນໂອກາດນີ້ ດ້ວຍບົ
ດບາດແມ່ນປະເທດປະສານງານການພົວພັນອາຊຽນ ກັບອິນເດຍ, ຫວຽດນາມ ໄດ້ຕັ້ງຫນ້າເຂົ້າຮ່ວມການປະກອບສ່ວນເຂົ້າໃນການສ້າງບັນດາແຜນການເຄື່ອນໄຫວລະຫວ່າງ ອາຊຽນ ແລະ ອິນເດຍ ໃນໄລຍະຈະມາເຖິງ, ພິເສດ ປີ 2017 ອາຊຽນ ແລະ ອິນເດຍ ມີບັນດາການເຄື່ອນໄຫວສະເຫລີມສະຫລອງ 25 ປີແຫ່ງວັນສ້າງຕັ້ງການພົວພັນກໍຄືໂຄງການເຄື່ອນໄຫວຂອງອາຊຽນ - ອິນເດຍ ໃນສອງສາມປີຈະມາເຖິງ.”