ຄະນະກຳມະການສາມັກຄີອິນເດຍ-ຫວຽດນາມ ຢ້ຽມຢາມ ຫວຽດນາມ
(ພາບ:vietnamplus.vn)
( vovworld ) – ວັນທີ 21/5, ທ່ານ Vu Xuan Hong ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມີການພົບປະໂອ້ລົມກັບທ່ານ Geetesh Sharman ແລະ ບັນດາສະມາຊິກໃນຄະນະຜູ້ແທນຄະນະກຳມະການສາມັກຄີອິນເດຍ-ຫວຽດນາມ ລັດ Bengal ຕາເວັນຕົກ. ທ່ານ Geetesh Sharman ໄດ້ມອບວັດຖຸພັນຈຳນວນ 1 ໃຫ້ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ , ໃນນັ້ນມີຮູບພາບປະທານໂຮ່ຈິມິນ ໄປຢ້ຽມຢາມນະຄອນ Kolkata, ລັດ Bengal ຕາເວັນຕົກເມື່ອປີ 1946; ບົດກະວີທີ່ປະທານໂຮ່ຈິມິນ ແຕ່ງເພື່ອມອບໃຫ້ນາຍົກລັດຖະມົນຕີອິນເດຍ Jawaharlal Nehru; ປື້ມກະວີຂອງນັກກະວີຫງວຽນຈາຍ ແລະ ປະທານໂຮ່ຈິມິນ ຊື່ງໄດ້ພິມຈຳໜ່າຍຢູ່ອິນເດຍ...... ທ່ານ Geetesh Sharman ໃຫ້ຮູ້ວ່າ:
“ຫວຽດນາມ ມີຄວາມໃກ້ຊິດ ສະໜິດສະໜົມກັບ ອິນເດຍ ທີ່ສຸດ. ພວກເຮົາຄວນເພີ່ມທະວີບັນດາການເຄືອ່ນໄຫວແລກປ່ຽນຄະນະຜູ້ແທນ, ຈັດການພົບປະແລກປ່ຽນດ້ານວັດທະນະທຳລະຫວ່າງຫວຽດນາມ-ອິນເດຍ ຫຼາຍກ່ວາອີກ. ຍາມໃດອິນເດຍ ແລະ ຫວຽດນາມ ກໍມີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ. ໃນການຢ້ຽມຢາມຄັ້ງນີ້“, ພວກຂ້າພະເຈົ້າໄດ້ນຳເອົາສານແຫ່ງສັນຕິພາບ, ການພັດທະນາ ແລະ ນ້ຳໃຈສາມັກຄີມິດຕະພາບມາຍັງປະເທດ ຫວຽດນາມ .