ຄະນະກຳມະການຫວຽດນາມສາມັກຄີແລະຮ່ວມມືກັບທະວີບຕ່າງໆຮຽກຮ້ອງໃຫ້ຈີນຖອນຮ້ານເຈາະນ້ຳມັນອອກຈາກເຂດທະເລຫວຽດນາມ

ຄະນະກຳມະການຫວຽດນາມສາມັກຄີແລະຮ່ວມມືກັບທະວີບຕ່າງໆຮຽກຮ້ອງໃຫ້ຈີນຖອນຮ້ານເຈາະນ້ຳມັນອອກຈາກເຂດທະເລຫວຽດນາມ - ảnh 1
ກຳ່ປັນ ຈີນ ຕຳ່ໃສ່ກຳ່ປັນ ຫວຽດນາມ
(ພາບປະກອບ)

(vovworld) – ວັນ​ທີ 12/5, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ ຫວຽດນາມ ສາມັກຄີ ​ແລະ ຮ່ວມ​ມືອາຊີ - ອາບຝຣີກາ - ອາ​ເມ​ລິ​ກາລາຕີ​ງ, ສັງ​ກັດ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງການ​ຄັດຄ້ານ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈ​າະນ້ຳມັນ​ຢ່າງຜິດ​ກົດໝາຍ​​ໃນ​ເຂດ​ທະ​ເລ ຫວຽດນາມ. ຄະນະ​ກຳມະການ ຫວຽດນາມ ສາມັກຄີ ​ແລະ ຮ່ວມ​ມືອາຊີ - ອາບຝຣີກາ - ອາ​ເມ​ລິ​ກາລາຕີ​ງ ສະ​ເໜີ​ໃຫ້​ຝ່າຍ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກຳ່​ປັນປ້​ອງກັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ບໍ່​ປະ​ໃຫ້​ເກີດ​ການ​ກະທຳ​ຕ່າງໆ​ທີ່​ຄ້າຍຄື​ກັນ​ໃນ​ອະນາຄົດ.

    ຄະນະ​ກຳມະການ ຫວຽດນາມ ສາມັກຄີ ​ແລະ ຮ່ວມ​ມືອາຊີ - ອາບຝຣີກາ - ອາ​ເມ​ລິ​ກາລາຕີ​ງ ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ, ກຳລັງ ​ແລະ ປະຊາຊົນ​ຮັກຫ​ອມສັນຕິພາບ​ຢູ່​ບັນດາ​ປະ​ເທດ ອາຊີ - ອາບຝຣີກາ - ອາ​ເມ​ລິ​ກາລາຕີ​ງ ​ແລະ ​ໃນ​ທົ່ວ​ໂລກ ອອກສຽງ​ຮຽກ​ຮ້ອງ​ໃຫ້ ຈີນ ຢຸດຕິ​ບັນດາ​ການ​ກະທຳ​ລຳພັງ​ຝ່າຍ​ດຽວ​ທີ່ນາບ​ຂູ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ໃນ​ພາກ​ພື້ນ, ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ ​ແລະ ອະທິປະ​ໄຕ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ ຫວຽດນາມ.


ຂ່າວ/ບົດ​ອື່ນ