ຄະນະກຳມະການອາຊຽນ ປະຈຳ Canberra ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດສະມາຊິກກັບອົດສະຕາລີ
(VOVWORLD) -ທີ່ກອງປະຊຸມ, ບັນດາທ່ານເອກອັກຄະລັດຖະທູດ ໄດ້ເຫັນດີເປັນເອກະພາບກ່ຽວກັບເລື່ອງຄະນະກຳມະການອາຊຽນປະຈຳ Canberra ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ກັບປະເທດປະຈຳຖິ່ນ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ ແລະ ອົດສະຕາລີ.
ການປະຊຸມຫົວໜ້າອົງການຜູ້ຕາງໜ້າບັນດາປະເທດອາຊຽນ ປະຈຳ Canberra
(ພາບ: ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ)
|
ວັນທີ 22 ກໍລະກົດ 2021, ຢູ່ໂຮງແຮມ Hyatt ທີ່ນະຄອນຫຼວງ Canberra ຂອງ ອົດສະຕາລີ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ, ປະທານຄະນະກຳມະການອາຊຽນ ປະຈຳ Canberra (ACC) ໄດ້ເປັນປະທານການປະຊຸມຫົວໜ້າອົງການຜູ້ຕາງໜ້າບັນດາປະເທດອາຊຽນ ປະຈຳ Canberra ເພື່ອແນໃສ່ປຶກສາຫາລືທິດທາງ ແລະ ແຜນການການເຄື່ອນໄຫວຂອງ ຄະນະກຳມະການໃນ 6 ເດືອນທ້າຍປີ 2021. ນີ້ແມ່ນການປະຊຸມຄັ້ງທີ 3 ໃນປີ 2021 ຂອງຄະນະກຳມະການ ແລະ ແມ່ນການປະຊຸມຄັ້ງທຳອິດ ໃນອາຍຸການດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳ Canberra ຂອງ ຫວຽດນາມ (ເດືອນກໍລະກົດ - ເດືອນທັນວາ 2021).
ທີ່ກອງປະຊຸມ, ບັນດາທ່ານເອກອັກຄະລັດຖະທູດ ໄດ້ເຫັນດີເປັນເອກະພາບກ່ຽວກັບເລື່ອງຄະນະກຳມະການອາຊຽນປະຈຳ Canberra ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ກັບປະເທດປະຈຳຖິ່ນ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ ແລະ ອົດສະຕາລີ. ພິເສດ, ໃນ 6 ເດືອນທ້າຍປີ 2021, ຄະນະກຳມະການອາຊຽນ ປະຈຳ Canberra ຈະສືບຕໍ່ສົມທົບກັບອຳນາດການປົກຄອງລັດ, ອຳນາດປົກຄອງບັນດາອະນຸລັດ ແລະ ບັນດາໂຮງຮຽນມະຫາວິທະຍາໄລ ອົດສະຕາລີ ເພື່ອແນໃສ່ນຳນັກສຶກສາ ອາຊຽນ ກັບຄືນ ອົດສະຕາລີ ຮ່ຳຮຽນ, ເພີ່ມທະວີການໜູນຊ່ວຍໃຫ້ບັນດາປະເທດ ອາຊຽນ ຜ່ານຜ່າໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ, ເພີ່ມທະວີການຮ່ວມມືເສດຖະກິດ ແລະ ການພົວພັນແລກປ່ຽນປະຊາຊົນ, ໃນນັ້ນ ມີການເປີດກ້ວາງວິຊາແຮງງານໃຫ້ແກ່ພົນລະເມືອງບັນດາປະເທດ ອາຊຽນ.