(vovworld) – ຕອນເຊົ້າວັນທີ 11/7, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ຈັດຕັ້ງການປະຊຸມຂ່າວປະກາດໝາກຜົນຂອງການກວດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງທີ່ເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ອາຍຸການທີ 5 ເຊິ່ງຈະຈັດຕັ້ງໃນວັນທີ 28/7 ຈະມາເຖິງ ແລະ ຢັ້ງຢືນຄຳໝັ້ນສັນຍາຂອງ NEC ໃນການຈັດຕັ້ງການເລືອກຕັ້ງຢ່າງຊືຕົງ, ປອດໂປ່ງ ແລະ ປະຊາທິປະໄຕ.
ປະທານ NEC, ທ່ານ Im Sourdey ໃຫ້ຮູ້ວ່າ: 97% ຈຳນວນຜູ້ຈົດທະບຽນປ່ອນບັດມີຊື່ໃນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງສະພາແຫ່ງຊາດໃນຄັ້ງນີ້. ສ່ວນ 3% ຈຳນວນຜູ້ຈົດທະບຽນບໍ່ທັນມີລາຍຊື່ໃນບັນຊີລາຍຊື່ແມ່ນຍ້ອນມີຄວາມຜິດພາດທີ່ກ່ຽວຂ້ອງເຖິງໜັງສືປະຈຳຕົວ, ຄວາມແຕກຕ່າງກັນລະຫວ່າງຊື່ແທ້ ແລະ ຊື່ຈົດທະບຽນປ່ອນບັດ ຫຼື ໃນຈຸດເວລາຈົດທະບຽນມີບາງຄົນອາຍຸບໍ່ທັນຮອດ 18 ປີ.