ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ
ທ່ານ ຮວີ່ນດາມ ມອບຂອງຂວັນທີ່ລະນຶກໃຫ້ແກ່ຜູ້ຕາງໜ້າພັກກອມມູນິດ ຝຣັ່ງ
(ພາບ: Lê Hà/Vietnam+)
(vovworld) – “ປະທານາທິບໍດີ ແລະ ຊາວຝລັ່ງ ລ້ວນແຕ່ປາຖະໜາຢາກຊຸກຍູ້ ແລະ ເພີ່ມທະວີການພົວພັນກັບຫວຽດນາມ ທາງດ້ານເສດຖະກິດ, ການເມືອງ, ວັດທະນະທຳ ແລະ ການສຶກສາກວ່າອີກ“. ນີ້ແມ່ນຄຳຢືນຢັນຂອງທ່ານ Jean Paul Delevoye, ປະທານສະພາເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມຝລັ່ງ, ໃນການຕ້ອນຮັບຄະນະຜູ້ແທນຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໂດຍທ່ານປະທານ ຮວີ່ນດາມ ນຳໜ້າທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ. ທີ່ການເຮັດວຽກ, ທ່ານປະທານຄະນະກຳມະການແນວໂຮມປະເທດຊາດຮວີ່ນດາມ ຫວັງວ່າ ສອງອົງການຈະຊຸກຍູ້ການຮ່ວມມື ເພື່ອຊອກຫາບັນດາມາດຕະການດີທີສຸດໃຫ້ແກ່ບັນດາບັນຫາປົກປັກຮັກສາສິ່ງແວດລ້ອມ, ການພັດທະນາເສດຖະກິດເພື່ອຜ່ານຜ່າວິກິດການ…
“ພວກຂ້າພະເຈົ້າຫວັງວ່າສອງອົງການພວກເຮົາຈະຮ່ວມມືຊຸກຍູ້ສອງລັດຖະບານລົງນາມ ແລະ ຖະແຫຼງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໂດຍໄວ. ຜ່ານນັ້ນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ຢູ່ໃນໂລກ“.
ສ່ວນທ່ານປະທານສະພາເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມຝລັ່ງJean Paul Delevoye ກໍ່ເນັ້ນໜັກວ່າ, ອົງການນີ້ ພ້ອມແລ້ວທີ່ຈະຊ່ວຍໃຫ້ຫວຽດນາມເຊື່ອມຕໍ່ກັບບັນດາຫົວໜ່ວຍອື່ນໆຢູ່ຝລັ່ງ ກໍ່ຄືຢູ່ເອີລົບ. ທ່ານໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈະຮັບຟັງຄຳເຫັນຂອງປະຊາຊົນ, ບັນດາວິສາຫະກິດ… ກ່ຽວກັບບັນດາບັນຫາທີ່ເຂົາເຈົ້າມີຄວາມສົນໃຈ ແລະ ສອງຝ່າຍຈະພ້ອມກັນປຶກສາຫາລື, ຊອກຫາບັນດາມາດຕະການແກ້ໄຂລວມໃຫ້ແກ່ບັນດາບັນຫານັ້ນ. ພວກຂ້າພະເຈົ້າຈະພະຍາຍາມຕອບສະໜອງບັນດາຄຳຮຽກຮ້ອງຈາກພວກເພື່ອນ ເພື່ອເຮັດໃຫ້ການຮ່ວມມືລະຫວ່າງສອງຝ່າຍບັນລຸປະສິດທິຜົນດີທີ່ສຸດ“.