ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ຊອກຫາວິທີຮັບມືກັບສິ່ງທ້າທາຍ

(VOVWORLD) - ຕາມການຄາດຄະເນຂອງຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ແລ້ວ, ການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບບັນດາປະກົດການອາກາດຮ້າຍແຮງໃນປີນີ້ຈະສືບຕໍ່ແມ່ນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ

ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ຊອກຫາວິທີຮັບມືກັບສິ່ງທ້າທາຍ - ảnh 1 ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 1 ປີ 2018

(ພາບ: ກົມໃຫຍ່ສິ່ງແວດລ້ອມ)

ຕອນບ່າຍວັນທີ 14 ມີນາ, ຢູ່ນະຄອນ ປໄລກູ, ແຂວງ ຢາລາຍ, ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 1 ປີ 2018, ດ້ວຍການເຂົ້າຮ່ວມຂອງ 17 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ ແລະ ເຂດ ໄຕງວຽນ. ກອງປະຊຸມເພື່ອແນໃສ່ຕີລາຄາສະພາບການເຄື່ອນໄຫວໃນປີຜ່ານມາ, ຜັນຂະຫຍາຍລາຍການປະຕິບັດງານຂອງປີນີ້ ແລະ ບູລະນະອົງການຈັດຕັ້ງຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ໃຫ້ສົມບູນແບບ.

        ຕາມການຄາດຄະເນຂອງຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ແລ້ວ, ການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບບັນດາປະກົດການອາກາດຮ້າຍແຮງໃນປີນີ້ຈະສືບຕໍ່ແມ່ນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ, ສັງຄົມຂອງບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງ ແລະ ເຂດ ໄຕງວຽນ. ໃນສະພາບການເພີ່ມທະວີບັນດາການເຄື່ອນໄຫວພັດທະນາຢູ່ເຂດຍ່ານເໜືອແມ່ນ້ຳຂອງ, ໄດ້ສົ່ງຜົນກະທົບບໍ່ມີຜົນປະໂຫຍດເຖິງ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ປະທານຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ໃຫ້ຮູ້ວ່າ:

        “ປະຈຸບັນ, ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ໄດ້ຮັບການເປີດກ້ວາງ, ເຊິ່ງລວມມີ 5 ແຂວງເຂດ ໄຕງວຽນ ຕື່ມອີກ. ພວກເຮົາມີຄວາມຮັບຜິດຊອບແມ່ນ ພ້ອມກັບບັນດາປະເທດຢູ່ເຂດຍ່ານເໜືອແມ່ນ້ຳເພື່ອທາບທາມຄວາມເຫັນກ່ຽວກັບບັນດານະໂຍບາຍໃຫຍ່, ບັນດາບັນຫານິຕິກຳ. ພ້ອມກັນນັ້ນ ພວກເຮົາກໍ່ມີຄວາມຮັບຜິດຊອບກັບການຜັນຂະຫຍາຍບັນດາໜ້າທີ່, ໂຄງການຮີບດ່ວນກ່ຽວຂ້ອງເຖິງທ້ອງຖິ່ນ, ເຂດ, ພິເສດແມ່ນເຂດທົ່ງພຽງແມ່ນ້ຳຂອງ ແລະ ເຂດໄຕງວຽນ. ສະນັ້ນ, ໜ້າທີ່ຂອງພວກເຮົາແມ່ນໃຫຍ່ຫຼວງ ແລະ ໜັກໜ່ວງທີ່ສຸດໃນສະພາບທີ່ມີການປ່ຽນແປງຫຼາຍຢ່າງພວມວາງອອກຄືແນວນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ