ຄະນະກຳມາທິການການເງິນງົບປະມານຂອງສະພາແຫ່ງຊາດເຮັດວຽກກັບສະຖານທູດຫວຽດນາມປະຈຳນິວຊີແລນ

ຄະນະກຳມາທິການການເງິນງົບປະມານຂອງສະພາແຫ່ງຊາດເຮັດວຽກກັບສະຖານທູດຫວຽດນາມປະຈຳນິວຊີແລນ - ảnh 1
​ຄະນະ​ກຳມາ​ທິການ​ການ​ເງິນ​ງົບປະມານ​ຂອງ​ສະພາ​ແຫ່ງ​ຊາດ​
ຢ​້ຽມຢາມ​ແລະ​ເຮັດ​ວຽກກັບ​ສະຖານທູດ​ຫວຽດນາມ​ປະຈຳ​ນິວຊີ​ແລນ
(ພາບອິນເຕີແນັດ)

(vovworld) - ​ ​ ​ໃນ​ຂອບ​ເຂດການ​ໄປປະຕິບັດ​ງານ​ຢູ່ ນິວຊີ​ແລນ, ຕອນ​ເຊົ້າ​ວັນ​ທີ 28/11, ຄະນະ​ພະນັກງານ​ຂອງ​ຄະນະ​ກຳມາ​ທິການ​ການ​ເງິນ - ງົບປະມານ ​ແລະ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ ຫງວຽນ​ດຶກ​ຫາຍ ຫົວ​ໜ້າ​ຄະນະ​ກຳມາ​ທິການ​ການ​ເງິນ - ງົບປະມານ ນຳ​ໜ​້າ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຖານທູດ ຫວຽດນາມ ປະຈຳ ນິວຊີ​ແລນ. ທີ່​ການ​ເຮັດ​ວຽກ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫງວຽນຫວຽດຢຸງ ​ໃຫ້​ຮູ້​ວ່າ ບົນພື້ນຖານ​ຄູ່​ຮ່ວມ​ມື​ຮອບດ້ານ ​ເຊິ່ງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດໄດ້​ສ້າງ​ຕັ້ງ​ແຕ່​ປີ 2009 ​ເນື່ອງ​​ໃນ​ໂອກາດ​​ການຢ້ຽມຢາມ ນິວຊີ​ແລນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ນົງ​ດຶກ​ແມ້ງ ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ນິວຊີ​ແລນ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ສຳຄັນ. 2 ປະ​ເທດ​ເຄີຍ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ​ເປັນ​ປະຈຳ. ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ການ​ຮ່ວມ​ມື​ດ້ານ​ສຶກສາຍາ​ມ​ໃດ​ກໍ່​ໄດ້​ຮັບ​ຖື​​ເປັນ​ສຳຄັນ.

        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ດຶກ​ຫາຍ ​ແຈ້ງ​ໃຫ້​ສະຖານທູດ​​ຊາບກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ບາງ​ຢ່າງຂອງ​ສະພາ​ແຫ່ງ​ຊາ​ດ, ບັນດາ​ບຸລິມະສິດ​ໃນ​​ດ້ານ​ນະ​ໂຍ​ບາຍ​ນິຕິບັນຍັດ ກໍ່​ຄື​ຄາດໝາຍ, ໜ້າ​ທີ່​ຂອງ​ຄະນະ​ໃນ​ການ​​ໄປປະຕິບັດ​ງານ​ຄັ້ງນີ້.

 

 

 

 

ຂ່າວ/ບົດ​ອື່ນ