ຄະນະກຳມາທິການປ້ອງກັນຊາດແລະປ້ອງກັນຄວາມສະຫງົບສະພາແຫ່ງຊາດຫວຽດນາມເຮັດວຽກຢູ່ເຢຍລະມັນ
ຄະນະກຳມາທິການປ້ອງກັນຊາດແລະປ້ອງກັນຄວາມສະຫງົບ
ສະພາແຫ່ງຊາດຫວຽດນາມເຮັດວຽກຢູ່ເຢຍລະມັນ
(ພາບ: Vietnam+)
(vovworld) - ໃນລະຫວ່າງວັນທີ 01 – 04/06, ຄະນະກຳມາທິການປ້ອງກັນຊາດ ແລະ ປ້ອງກັນສະຫງົບສະພາແຫ່ງຊາດຫວຽດນາມ ໂດຍທ່ານ ເຈີນດິ່ງຍ້າ, ຮອງຫົວໜ້າຄະນະກຳມາທິການນຳໜ້າ, ໄດ້ມີການໄປປະຕິບັດງານຢູ່ Berlin, ປະເທດເຢຍລະມັນ. ຄະນະຜູ້ແທນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານຮອງປະທານສະພາແຫ່ງຊາດສະຫະພັນເຢຍລະມັນ, ທ່ານນາງ Edelgard Bulmahn ແລະ ເຮັດວຽກກັບບາງກຳມາທິການສະພາແຫ່ງຊາດເຢຍລະມັນ ແລະ ຕຳຫຼວດ Berlin. ທີິ່ການພົບປະ, 2 ຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການການເມືອງ, ເສດຖະກິດ, ສັງຄົມຂອງແຕ່ລະປະເທດ; ສະພາບຄວາມສະຫງົບປອດໄພສາກົນ, ພາກພື້ນ, ບັນດາສິ່ງທ້າທ້າຍທີ່ພວມວາງອອກ ແລະ ນະໂຍບາຍປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີນຳກັນໂດຍຖືວ່າ, ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງລະງັບໃຈ, ແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLODS) ປີ 1982.
ເນື່ອງໃນໂອກາດນີ້, ທ່ານນາງ Edelgard Bulmahn ໄດ້ຕີລາຄາສູງຄວາມຕັດສິນໃຈຢ່າງຕັ້ງໜ້າຂອງຫວຽດນາມ ທີ່ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ; ປາດຖະໜາວ່າ, ຫວຽດນາມ ແລະ ເຢຍລະມັນ ຈະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ, ຊຸກຍູ້ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ… ລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກວ່າ