ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 07/12 ຢູ່ສຳນັກງານລັດຖະບານ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ ຫົວໜ້າຄະນະຊີ້ນຳປະຕິຮູບດ້ານບໍລິຫານຂອງລັດຖະບານ, ເປັນປະທານວາລະປະຊຸມສະຫລຸບວຽກງານປີ 2016 ແລະ ປຶກສາຫາລືທິດທາງ, ໜ້າທີ່ໃນປີ 2017. ກ່າວຄຳເຫັນສະຫລຸບວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີວ່າ: ບັນດາກະຊວງ, ຂະແໜງການທ້ອງຖິ່ນຕ່າງໆຕ້ອງຊາບຊຶມຈິດໃຈຜ່ານການປະຕິຮູບດ້ານບໍລິຫານ ຈະປະກອບສ່ວນຍູ້ຖອຍສະພາບກໍ່ຄວາມສັບສົນວຸ້ນວາຍ, ສໍ້ລາດບັງຫລວງ ແລະ ການສວຍໃຊ້ສິດອຳນາດ ເພື່ອສ້າງນະໂຍບາຍຮັບໃຊ້ການສະແຫວງຫາຜົນປະໂຫຍດເປັນກຸ່ມຢ່າງເດັດຂາດ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງບັນດາສະມາຊິກໃນຄະນະຊີ້ນຳ ແລະ ບັນດາກະຊວງຂະແໜງການ ສືບຕໍ່ຜັນຂະຫຍາຍຄົບຊຸດບັນດາເນື້ອໃນຂອງໂຄງການສັງລວມປະຕິຮູບດ້ານບໍລິຫານແຫ່ງລັດໄລຍະ 2016 – 2020; ຍົກສູງຜົນສັກສິດ, ປະສິດທິຜົນພື້ນຖານບໍລິຫານ; ເພີ່ມທະວີລະບຽບຂໍ້ບັງຄັບ, ລະບຽບວິໄນບໍລິຫານ, ພິເສດແມ່ນບັນດາມາດຕະການປະຕິຮູບລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງປະຊາຊົນ ແລະ ວິສາຫະກິດໂດຍກົງ.