ຄະນະຊີ້ນຳເຂດຕາເວັນຕົກພາກເໜືອຜັນຂະຫຍາຍໜ້າທີ່6ເດືອນທ້າຍປີ2014
ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດຂອງ ຄະນະຊີ້ນຳເຂດຕາເວັນຕົກພາກເໜືອ
(vovworld) – ຕອນເຊົ້າວັນທີ 14/7, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ , ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກເໜືອ, ເປັນປະທານກອງະຊຸມຜ່ານເຄືອຂ່າຍອີນເຕີເນັດສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2014 ຂອງຄະນະຊີ້ນຳເຂດຕາເວັນຕົກພາກເໜືອ. ໃນ 6 ເດືອນຜ່ານມາ, ເສດຖະກິດຂອງ 12 ແຂວງສັງກັດເຂດຕາເວັນຕົກພາກເໜືອສືບຕໍ່ພັດທະນາ, ລະດັບການເຕີບໂຕສະເລ່ຍກ່ວາ 8%, ລາຍຮັບງົບປະມານແຫ່ງລັດບັນລຸເກືອບ 9.000 ຕື້ດົ່ງ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ເຈືອງຊວນກື່, ຮອງຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກເໜືອ, ໃຫ້ຮູ້ວ່າ:
“ໃນຊຸມເດືອນຍັງເຫຼືອຂອງປີ 2014, ຄະນະຊີ້ນຳເຂດຕາເວັນຕົກພາກເໜືອ ສືບຕໍ່ເພີ່ມທະວີການຊີ້ນຳ - ນຳພາຂອງອຳນາດການປົກຄອງທຸກຂັ້ນສຳລັບວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຍູ້ແຮງວຽກງານຄຸ້ມຄອງຂອງລັດກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃນບໍລິເວນ. ປະຕິບັດວຽກງານຮັບປະກັນທາງດ້ານການເມືອງພາຍໃນ, ປົກປັກຮັກສາຄວາມສະຫງົບເຂດຊາຍແດນ, ເຂດຊົນນະບົດ, ສາສະໜາ ບໍ່ປະໃຫ້ສັດຕູສວຍໃຊ້ເພື່ອຍຸຍົງສົ່ງເສີມ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ. ເພີ່ມທະວີການເປີດກ້ວາງ ແລະ ການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ.”
ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ບັນດາທ້ອງຖີ່ນເຂດຕາເວັນຕົກພາກເໜືອ ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.