(vovworld) – ເນື່ອງໃນໂອກາດບຸນປີໃໝ່ປະເພນີ Chol Chnam Thmay ຂອງ ພໍ່ແມ່ປະຊາຊົນເຜົ່າຂະແມ, ຕອນເຊົ້າວັນທີ 11/4, ຄະນະປະຕິບັດງານຄະນະຊີ້ນຳເຂດທາງທິດຕາເວັນຕົກ ພາກໃຕ້ ໂດຍທ່ານ Nguyen Phong Quang, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳເຂດທາງທິດຕາເວັນຕົກພາກໃຕ້ ນຳໜ້າ ໄດ້ລົງອວຍພອນສະມາຄົມສະມັກຄີ ພະສົງສາມະເນັນນະຄອນ ເກີນເທີ, ສະຖາບັນສົງ ນິກາຍມະຫາສານ ຂະແມ, ບັນດາວັດ ຂະແມ ແລະ ຄອບຄົວນອນໃນເປົ້າໝາຍນະໂຍບາຍໃນບໍລິເວນນະຄອນ ເກີນເທີ. ທ່ານ Nguyen Phong Quang, ຫົວໜ້າຄະນະປະຈຳເຂດທາງທິດຕາເວັນຕົກພາກໃຕ້ ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງບັນດາພະມະຫາອາຈານ, ພະອາຈານໃຫຍ່, ພະນັກງານ, ລັດຖະກອນ.... ແລະພໍ່ແມ່ປະຊາຊົນເຜົ່າຂະແມພາກໃຕ້ທຸກຄົນເນື່ອງໃນໂອກາດບຸນປີໃໝ່ປະເພນີ. ຕາງໜ້າບັນດາຜູ້ຍົດຖະບັນດາສັກຢູ່ວັດຕ່າງໆ, ບັນດາຄອບຄົວນອນໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຊາວເຜົ່າຂະແມ ຢືນຢັນປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ເປັນຢ່າງດີ, ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຕັ້ງໜ້າອອກແຮງຜະລິດ, ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ຮຽງບ່າຮຽງໄຫຼ່ພ້ອມກັບອຳນາດການປົກຄອງທ້ອງຖິ່ນແກ້ໄຂຄວາມຫຍູ້ງຍາກ, ສ້າງສາຊີວິດການເປັນຢູ່ທີ່ອີມໜຳສຳລານ, ຜາສຸກ, ພ້ອມກັນຮ່ວມແຮງຮ່ວມໃຈກໍ່ສ້າງກຸ່ມກ້ອນມະຫາສະມັກຄີທ່ົວປວງຊົນທັງຊາດ ເພື່ອປະກອບສ່ວນສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ ແລະ ສວຍງາມ.