(ພາບ: http://baolamdong.vn/)
(vovworld)- ວັນທີ 19/6, ຢູ່ຮ່າໂນ້ຍ, ທີ່ການເຮັດວຽກກັບການນຳແຂວງເລິມດົ່ງ ກ່ຽວກັບສະພາບການປະຕິບັດໜ້າທີ່ 6 ເດືອນ ຕົ້ນປີ 2014, ທ່ານເຈິ່ນຫວຽດຮຸ່ງ, ຮອງຫົວໜ້າຜູ້ປະຈຳຄະນະຊີ້ນຳໄຕງວຽນ ໄດ້ຕີລາຄາສູງບັນດາໝາກຜົນເສດຖະກິດ-ສັງຄົມຊື່ງແຂວງເລິມດົ່ງບັນລຸໄດ້. ຕາມຄະນະພັກແຂວງເລິມດົ່ງແລ້ວ, ໃນ 6 ເດືອນ ຕົ້ນປີ 2014, ການຜະລິດກະສິກຳຂອງແຂວງສືບຕໍ່ພັດທະນາຕາມທິດນຳໃຊ້ເຕັກໂນໂລຊີສູງ. ຫຼາຍຮູບແບບການຜະລິດ, ລ້ຽງສັດທີ່ມີປະສິດທິຜົນໃນບໍລິເວນແຂວງສືບຕໍ່ໄດ້ຮັບການທະວີຄູນ; ມູນຄ່າຂະແໜງກະສິກຳ-ປ່າໄມ້-ສິນໃນນ້ຳຄາດວ່າບັນລຸກ່ວາ 2600 ຕື້ດົ່ງ, ເພີ່ມຂຶ້ນ 28% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ; ການເຄືອ່ນໄຫວການຄ້າ, ການບໍລິການສືບຕໍ່ພັດທະນາ, ຈຳນວນແຂກທ່ອງທ່ຽວມາແຂວງຄາດວ່າບັນລຸ 2,3 ລ້ານເທື່ອຄົນ. ໂຄງການກໍ່ສ້າງຊົນນະບົດໃໝ່ໃນບໍລະເວນແຂວງກໍ່ບັນລຸໄດ້ໝາກຜົນໄດ້ດີ, ມາຮອດປະຈຸບັນ, ມີ 4 ຕາແສງບັນລຸມາດຖານຊົນນະບົດໃໝ່. ວຽກງານເອົາໃຈໃສ່ເບິ່ງແຍງ, ປະຕິບັດນະໂຍບາຍສຳລັບບັນດາເປົາໝາຍນະໂຍບາຍ, ເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ, ໂຄງການໜູນຊ່ວຍຄອບຄົວທຸກຍາກ…ໄດ້ຮັບການປະຕິບັດເປັນຢ່າງດີ. ທີ່ການເຮັດວຽກ, ທ່ານເຈິ່ນຫວຽດຮຸ່ງ, ຮອງຫົວໜ້າຜູ້ປະຈຳຄະນະຊີ້ນຳໄຕງວຽນ ສະເໜີແຂວງເລິມດົ່ງ ຈົ່ງສືບຕໍ່ດຶງດູດເງິນລົງທຶນ, ບຸລິມະສິດແຫຼ່ງທຶນ ແລະ ຫລຸດຜ່ອນອັດຕາດອກເບັ້ຍກູ້ຢືມ, ກຳນົດເວລາກູ້ຢືມໃຫ້ແກ່ໂຄງການປູກຕົ້ນກາເຟຄືນໃໝ່. ແຂວງເລິມດົ່ງ ຕ້ອງຍູ້ແຮງວຽກງານໂຄສະນາ “ປີທ່ອງທ່ຽວແຫ່ງຊາດ 2014 ໄຕງວຽນ-ດ່າລາດ“; ຍູ້ແຮງວຽກງານຄຸ້ມຄອງ, ປົກປັກຮັກສາປ່າ…/.