ຄະນະຊີ້ນຳ “ກອງ ທຶນເພື່ອເຈື່ອງຊາທີ່ ແສນຮັກ”ຈັດວາລະ ປະຊຸມທຳອິດ
ກອງທຶນເພື່ອເຈື່ອງຊາທີ່ແສນຮັກ ໄດ້ນຳໃຊ້ແມ່ນ ເພື່ອໜູນຊ່ວຍຊີວິດດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ທະຫານ ແລະ ປະຊາຊົນ ເມືອງເກາະ ເຈື່ອງຊາ
(ພາບ: chinhphu.vn)
(vovworld)-ຕອນເຊົ້າວັນທີ 7/2 ຢູ່ ຮ່າໂນ້ຍ, ຄະນະຊີ້ນຳ ”ກອງທຶນເພື່ອເຈື່ອງຊາທີ່ແສນຮັກ” ໄດ້ຈັດວາລະປະຊຸມທຳອິດ ເພື່ອໂຄສະນາ, ຂົນຂວາຍພະນັກງານ, ນັກຮົບ, ປະຊາຊົນໃນທົ່ວປະເທດ, ຊາວຫວຽດນາມອາໄສຢູ່ຕ່າງປະເທດສືບຕໍ່ອ່ວາຍເມືອຫາ ເຈື່ອງຊາ, ຍົກສູງຄວາມຮັບຮູ້ຂອງທຸກຂັ້ນ, ຂະແໜງການ, ໝູ່ມະຫາຊົນ, ບັນດາທ້ອງຖີ່ນ ແລະປະຊາຊົນທຸກຊັ້ນວັນນະກ່ຽວກັບທີ່ຕັ້ງ, ບົດບາດຂອງທະເລເກາະເວົ້າລວມ ແລະເຈື່ອງຊາເວົ້າສະເພາະ. ຜ່ານນັ້ນປະກອບສ່ວນລະດົມທຸກແຫຼ່ງກຳລັງ, ເສີມຂະຫຍາຍກຳລັງແຮງສັງລວມຂອງທັງລະບົບການເມືອງ ແລະວົງຄະນາຍາດສັງຄົມ, ແນໃສ່ສືບຕໍ່ເຂົ້າຮ່ວມການສ້າງສາ ແລະປົກປັກຮັກສາອະທິປະໄຕຂອງທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ.