ຄະນະຊາວຫນຸ່ມອາສາສະໝັກກ່ອນເດີນທາງໄປຢ້ຽມຢາມ ສປປ ລາວ
ພາບ:quangngai.vn
|
vovworld)-ຕອນເຊົ້າວັນທີ 6/7, ຄະນະຊາວຫນຸ່ມອາສາສະໝັກສາກົນປີ 2013 ແຂວງ ກວ໋າງຫງາຍ ໄດ້ເດີນທາງໄປເຖິງແຂວງ ຈຳປາສັກ ເລີ່ມຕົ້ນໂຄງການວຽກງານກຸສົນ ໃນເວລາ 6 ວັນ. ໃນຂອບເຂດການຢ້ຽມຢາມ ຈະດຳເນີນພິທີລົງນາມໃນໂຄງການແຮກສ່ຽວລະຫວ່າງຄະນະຊາວຫນຸ່ມແຂວງ ກວ໋າງຫງາຍ ແລະ ຄະນະຊາວຫນຸ່ມແຂວງ ຈຳປາສັກ. ໃນໂອກາດນີ້ ຄະນະຊາວຫນຸ່ມແຂວງ ກວ໋າງຫງາຍ ຈະມອບຄອບພິວເຕີ 20 ຫນ່ວຍໃຫ້ແກ່ຄະນະຊາວຫນຸ່ມແຂວງ ຈຳປາສັກ ແລະ ຄຳມ່ວນ, ມອບທຶນສຶກສາໃຫ້ແກ່ນັກຮຽນທຸກຍາກຢູ່ສອງແຂວງດັ່ງກ່າວ. ນາງ ຮ່າທິແທງທື ເລຂາຄະນະຊາວຫນຸ່ມແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ:
“ມາຢ້ຽມຢາມ ລາວ ຄັ້ງນີ້ ພວກຂ້າພະເຈົ້າຈະຈັດຕັ້ງບັນດາໂຄງການດຳເນີນງານລະອຽດ ເພື່ອຫນູນຊ່ວຍ, ສ້າງເງື່ອນໄຂຊ່ວຍເຫລືອເພື່ອນລາວ ຢູ່ແຂວງ ຈຳປາສັກ, ຄຳມ່ວນ ແລະ ວຽງຈັນ ຜ່ານການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວໃນເປົ້າໝາຍນະໂຍບາຍ, ເດັກປະສົບກັບຄວາມຫຍຸ້ງຍາກ, ມອບຄອມພິວເຕີ. ນອກນັ້ນ ຍັງຈັດຕັ້ງການສົ່ງເສີມລົງທຶນໃຫ້ແກ່ວິສາຫະກິດຂະຫນາດກາງ ແລະ ນ້ອຍ.”