ຄະນະນັກກິລາຫວຽດນາມເລີ່ມເດີນທາງເຂົ້າຮ່ວມOlympicRio2016
( ພິທີສົ່ງຄະນະນັກກິລາ ຫວຽດນາມ ເດີນທາງ
ໄປເຂົ້າຮ່ວມ Olympic Rio 2016 )
(vovworld) - ຕອນຄ່ຳວັນທີ 20/07 ຢູ່ ຮ່າໂນ້ຍ ໄດ້ຈັດພິທີສົ່ງຄະນະນັກກິລາ ຫວຽດນາມ ເດີນທາງໄປເຂົ້າຮ່ວມ Olympic Rio 2016. Olympic ຄັ້ງນີ້ ຄະນະນັກກິລາ ຫວຽດນາມ ໄດ້ເຂົ້າຮ່ວມດ້ວຍຈຳນວນນັກກິລາຫລາຍທີ່ສຸດ ນັບແຕ່ກ່ອນມາຮອດປະຈຸບັນ, ດ້ວຍ ນັກກິລາ 23 ຄົນທີ່ເຂົ້າຮ່ວມການແຂ່ງຂັນກິລາ 10 ປະເພດ ຢູ່ Olympic 2016. ກ່າວຄຳເຫັນທີ່ພິທີທ່ານ ຫງວຽນງອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ປາດຖະໜາວ່າ: ບັນດາສະມາຊິກໃນຄະນະມານະພະຍາຍາມແຂ່ງຂັນດ້ວຍຄວາມຕັດສິນໃຈສູງ ແລະ ສຸດຈິດສຸດໃຈ ເພື່ອບັນລຸໄດ້ຜົນງານດີທີ່ສຸດ ນຳຜົນງານອັນສະຫງ່າລາສີມາໃຫ້ປະເທດຊາດ. ຕາງໜ້າໃຫ້ບັນດານັກກິລາເຂົ້າຮ່ວມ Olympic 2016, ນັກກິລາຟັນດາບ ຫວູແທ່ງອານ ສະແດງຄວາມຕັດສິນໃຈວ່າ:
“ຕາງໜ້າໃຫ້ບັນດານັກກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ Olympic 2016 ເຊິ່ງຈັດຕັ້ງຢູ່ Rioນັ້ນ,ຂ້າພະເຈົ້າຂໍໝັ້ນໝາຍຈະເຂົ້າຮ່ວມ Olympic 2016 ດ້ວຍນໍ້າໃຈສາມັກຄີ, ມິດຕະພາບກັບບັນດາເພື່ອນມິດສາກົນ, ສະແດງຄວາມສະໜິດສະໜົມຂອງປະເທດຊາດ ແລະ ຊາວ ຫວຽດນາມທີ່ ຮັກຫອມສັນຕິພາບ; ປະຕິບັດກົດລະບຽບຂອງຄະນະກິລາ ຫວຽດນາມ ຢ່າງເຂັ້ມງວດ, ຕາມຂໍ້ກຳນົດຂອງ Olympic 2016, ຮີດຄອງປະເພນີຂອງປະເທດເຈົ້າພາບ; ແຂ່ງຂັນດ້ວຍຈິດໃຈບໍລິສຸດ, ສູງສົ່ງ, ມີຫົວຄິດປະດິດສ້າງ, ຍາດໄດ້ຜົນງານສູງສຸດ ເພື່ອການພັດທະນາຂອງກິລາ ຫວຽດນາມ ແລະ ເພື່ອຄວາມສະຫງ່າລາສີຂອງປະເທດຊາດ. ”