ຄະນະບໍລິຫານງານສະຫະພັນແຮງງານເມືອງເຈື່ອງຊາສະເໜີຕົວ
ພາບປະກອບ
(vovworld) – ທີ່ພິທີສະເໜີຕົວຄະນະບໍລິຫານງານສະຫະພັນແຮງງານເມືອງ ເຈື່ອງຊາ ຖືກດຳເນີນໃນຕອນບ່າຍວັນທີ 16/7, ຢູ່ກອງທັບເຮືອເຂດ 4, ໂດຍຄະນະກຳມະການປະຊາຊົນເມືອງ ເຈື່ອງຊາ ສົມທົບກັບສະຫະພັນແຮງງານແຂວງ ແຄ໋ງຮ່ວາ ຈັດຕັ້ງຂຶ້ນ. ຕາມນັ້ນແລ້ວ, ຄະນະບໍລິຫານງານສະຫະພັນແຮງງານເມືອງ ເຈື່ອງຊາລວມມີສະມາຊິກ 5 ຄົນ. ປະຈຸບັນ, ສະຫະພັນແຮງງານເມືອງ ເຈື່ອງຊາມີກຳມະບານ 4 ຫົວໜ່ວຍ, ເຊິ່ງລວມມີ: ກຳມະບານຢູ່ເຂດດິນຕໍ່ແຜ່ນໜຶ່ງຫົວໜ່ວຍ ແລະ 3 ຫົວໜ່ວຍກຳມະບານຢູ່ບັນດາ ເກາະ ເຈື່ອງຊາເລີ໋ນ, ຊີງໂຕ່ນ ແລະ ຊອງຕື໋ໄຕ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເຈີ່ນວັນຫຼີ໋, ເນັ້ນໜັກວ່າ: ສະຫະພັນແຮງງານເມືອງ ເຈື່ອງຊາ ຄວນສົບທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງປະຕິບັດບັນດາມາດຕະການຊ່ວຍເຫຼືອຄົນງານ, ສ້າງກົນໄກ, ນະໂຍບາຍໜູນຊ່ວຍສູງສຸດໃຫ້ແກ່ຊາວປະມົງຈັບຫາສິນທະເລຢູ່ເຂດຫາປາຮ່ວາງຊາ ແລະ ເຈື່ອງຊາ, ພ້ອມທັງຕັ້ງໜ້າກໍ່ສ້າງເມືອງ ເຈື່ອງຊາ ພັດທະນາຮອບດ້ານກ່ຽວກັບດ້ານເສດຖະກິດ - ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ເຕົ້າໂຮມຖັນແຖວພະນັກງານພາລະກອນ, ລັດຖະກອນ, ຄົນງານພວມເຮັດວຽກໃນບໍລິເວນເຂົ້າເຄື່ອນໄຫວໃນອົງການກຳມະບານ.