ຄະນະປ້ອງກັນຄວາມສະຫງົບປອດໄພອິດສະລາແອນເຫັນດີຂໍ້ຕົກລົງໄກ່ເກຍປອງດອງກັບຕວກກີ

ຄະນະປ້ອງກັນຄວາມສະຫງົບປອດໄພອິດສະລາແອນເຫັນດີຂໍ້ຕົກລົງໄກ່ເກຍປອງດອງກັບຕວກກີ - ảnh 1
ທ່ານນາຍົກລັດຖະມົນຕີ Benjamin Netanyahu
(ພາບ: AFP/TTXVN)

(vovworld) – ​ ​ ວັນ​ທີ 29/06 ຄະນະ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ ອິດສະ​ລາ​ແອນ ​ໄດ​້ ປະກາດຂໍ້​ຕົກລົງ​ສະບັບ​ໜຶ່ງ​ທີ່​ບັນລຸ​ໄດ້​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ກັບ ຕວກກີ ກ່ຽວ​ກັບ​ການ​ຫັນ​ບັນດາ​ການ​ພົວພັນ 2 ຝ່າຍ​ພາຍຫລັງ 6 ປີຖືກຢຸດ​ສະ​ງັກ​ເປັນ​ປົກກະຕິ. ຂໍ້​ຕົກລົງ​ນີ້ ຍັງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຄັ້ງ​ສຸດ​ທ້າຍຈາກ​ລັດຖະບານ ອິດສະ​ລາ​​ແອນ ​ເພື່ອ​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ. ຫ້ອງ​ວ່າ​ການ​ສຳນັກງານ​ນາຍົກລັດຖະມົນຕີ Benjamin Netanyahu ປະກາດ​ວ່າ ດ້ວຍ​ອັດຕາ​ສະໜັບສະໜູນ 7/3, ບັນດາ​ລັດຖະມົນຕີ​ໄດ້​ເຫັນ​ດີ​ຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ກັບ ຕວກກີ.

        ກ່ອນ​ໜ້າ​ນັ້ນ ວັນ​ທີ 28/06 ລັດຖະມົນຕີ​ຂັ້ນ​ສູງບາງ​ທ່ານ​ຂອງ ອິດສະ​ລາ​ແອນ ຂຶ້ນ​ກັບ​ພັກ​ຊາຍ​ຄາ​ຊາວ​ຢິວ ຖະ​ແຫຼ​ງຈະ​ປ່ອນ​ບັດ​ຕ້ານ​​ເລື່ອງ​ຮັບຮອງ​ເອົາ​ຂໍ້​ຕົກລົງ​ດັ່ງ​ກ່າວ​ຄືນ.

ຂ່າວ/ບົດ​ອື່ນ