ຄະນະ​ປະຈໍາ​ລັດຖະບານ ປະຊຸມ​ປຶກສາຫາລື​ກ່ຽວກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ຕອນບ່າຍວັນທີ 30 ມີນາ, ຢູ່ຮ່່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈໍາລັດຖະບານ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.
ຄະນະ​ປະຈໍາ​ລັດຖະບານ ປະຊຸມ​ປຶກສາຫາລື​ກ່ຽວກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຮູ້ວ່າ ຍ້ອນກໍາລັງຢູ່ໃນໄລຍະທີ່ໂລກລະບາດພວມມີການຜັນແປຢ່າງສັບສົນ ສະນັ້ນ ກອງປະຊຸມຜູ້ແທນທົ່ວປະເທດລະຫວ່າງລັດຖະບານກັບທ້ອງຖິ່ນຕ່າງໆເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການກະກຽມໃຫ້ແກ່ໄລຍະຫຼັງໂຄວິດ - 19 ຈະໂຈະໄວ້ຊົ່ວຄາວ ເພື່ອສຸມໃສ່ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສືບຕໍ່ວຽກງານປ້ອງກັນ ແລະ ສະກັດກັ້ນຢ່າງວ່ອງໄວ, ຕັດສິນໃຈສຸມທຸກແຫຼ່ງກໍາລັງເພື່ອສະກັດກັ້ນໂລກລະບາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ບາງມາດຕະການທີ່ຈໍາເປັນນັ້ນແມ່ນ ບັນຫາປະຕິບັດການແຍກຕົວ ເພື່ອສະກັດກັ້ນໂລກລະບາດແຜ່ລາມອອກສູ່ວົງຄະນະຍາດຢ່າງມີປະສິດທິຜົນ. ພວກເຮົາບໍ່ຄວນປະໝາດ, ເພາະວ່າຢູ່ຕາມທ້ອງຖະໜົນ, ຫາດຊາຍທະເລຍັງເຕົ້າໂຮມຫຼາຍຄົນ. ນີ້ແມ່່ນຄວາມສ່ຽງພາໃຫ້ຕິດແປດຫຼາຍທີ່ສຸດ. ປະຊາຊົນທຸກຄົນຄວນຢູ່ເຮືອນ ບົນເນື້ອໃນຈິດໃຈ ຢູ່ແຂວງໃດຄວນຢູ່ແຂວງນັ້ນ, ເມືອງໃນຢູ່ເມືອງນັ້ນ, ຕາແສງໃດຢູ່ຕາແສງນັ້ນ, ເຮືອນຜູ້ໃດຢູ່ເຮືອນຜູ້ນັ້ນ, ບໍ່ຄວນເຄື່ອນຍ້າຍ ຫຼື ອອກໄປຂ້າງນອກ. ປິດປະຕູຊົ່ວຄາວການບໍລິການບໍ່ຈໍາເປັນທັງໝົດ ເວັ້ນເສຍແຕ່ຮ້ານສັບພະສິນຄ້າ, ຮ້ານຂາຍສະບຽງອາຫານ, ໂຮງໝໍ, ບ່ອນຜະລິດຮັບໃຊ້ປະຊາຊົນ.  ບັນດາອົງການ, ຫົວໜ່ວຍຕ່າງໆ ຕ້ອງສັບຊ້ອນໃຫ້ປະຊາຊົນເຮັດວຽກຜ່ານທາງອິນເຕີແນັດຢູ່ເຮືອນ ພາຍໃນເຄິ່ງເດືອນຈະມາເຖິງ, ເວັ້ນເສຍແຕ່ບັນດາຫົວໜ່ວຍສໍາຄັນທີ່ສຸດຂອງລັດ ແມ່ນຕ້ອງເວນຍາມ”.

ຕອບກັບ

ຂ່າວ/ບົດ​ອື່ນ