ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ຈັດ​ກອງ​ປະ​ຊຸມ​​ຫົວ​ເລື​່ອງສະ​ເພາະ​ ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid – 19

(VOVWORLD) -ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານປຶກສາຫາລືບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 
ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ຈັດ​ກອງ​ປະ​ຊຸມ​​ຫົວ​ເລື​່ອງສະ​ເພາະ​ ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ ໂລກ​ລະ​ບາດ Covid – 19 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງຫວຽດນາມ ຍູ້ໂລກລະບາດໃຫ້ຖອຍໄປໄດ້ໂດຍພື້ນຖານ, ແຕ່ທ່ານກໍ່ກ່າວເຕືອນວ່າ ຄວາມສ່ຽງໂລກລະບາດຈະເກີດຂຶ້ນຄືນໃໝ່ ຖ້າຫາກວ່າ ພວກເຮົາປະມາດ, ເປັນຕົ້ນແມ່ນໃນສະພາບການໂລກລະບາດໃນໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນທີ່ສຸດ.

        ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຖືວ່າ ຢູ່ພາຍໃນປະເທດ, ຫວຽດນາມຕ້ອງສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຢ່າງເໝາະສົມເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ແຕ່ຍັງຄົງຕ້ອງຮັບປະກັນຄວາມປອດໄພ ແລະ ຫຼີກລ້ຽງຄວາມສ່ຽງ. ເລື່ອງສືບຕໍ່ໃສ່ຜ້າອັດປາກ - ດັງແມ່ນມາດຕະການໜຶ່ງທີ່ມີປະສິດທິຜົນ ແລະ ຕ້ອງສືບຕໍ່ປະຕິບັດ. ຄຽງຄູ່ກັນນັ້ນ, ນອກຈາກບາງຂະແໜງອາຊີບຕ້ອງສືບຕໍ່ຄວບຄຸມນັ້ນ ບັນດາຂະແໜງການ, ຂົງເຂດຕ້ອງຫຼຸດຜ່ອນມາດຕະການລົງເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ ແລະ ການບໍລິການ.

ຕອບກັບ

ຂ່າວ/ບົດ​ອື່ນ