ຄະນະປະຈຳລັດຖະບານປະຊຸມກ່ຽວກັບການປັບປຸງແຜນຜັງໄຟຟ້າ ແລະ ຖ່ານຫີນ
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ
ເປັນເຈົ້າພາບຈັດກອງປະຊຸມຄະນະປະຈຳລັດຖະບານ
(ພາບ: VGP)
(vovworld) – ຕອນເຊົ້າວັນທີ 19/1, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະປະຈຳລັດຖະບານ ກ່ຽວກັບແຜນຮ່າງປັບປຸງແຜນຜັງພັດທະນາໄຟຟ້າແຫ່ງຊາດ ໄລຍະ 2011-2020 ແລະ ແງ່ຫວັງເຖິງປີ 2030 ກໍ່ຄືແຜນຮ່າງປັບປຸງແຜນຜັງພັດທະນາຂະແໜງຖ່ານຫີນ ຫວຽດນາມເຖິງປີ 2020 ແລະ ແງ່ຫວັງເຖິງປີ 2030.
ກ່າວຄວາມເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຮຽກຮ້ອງກະຊວງອຸດສາຫະກຳ ການຄ້າຮັບເອົາຄຳເຫັນຊີ້ນຳ ກໍ່ຄືຄຳເຫັນປະກອບຂອງບັນດາກະຊວງ, ຂະແໜງການເພື່ອເພີ່ມເຕີມ, ປັບປຸງ 2 ແຜນຮ່າງນີ້, ແນໃສ່ຍື່ນຕໍ່ລັດຖະບານພິຈາລະນາ, ເຊັນອະນຸມັດ, ຫຼັງຈາກນັ້ນຈະຜັນຂະຫຍາຍການປະຕິບັດນັບແຕ່ຕົ້ນປີ 2016. ກ່ຽວກັບ ແຜນຜັງ, ຍຸດທະສາດພັດທະນາຂະແໜງໄຟຟ້າ, ຂະແໜງຖ່ານຫີນໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ, ຄາດໝາຍໄຟຟ້າ, ຖ່ານຫີນຕ້ອງຮັບປະກັນການເຕີບໂຕ, ພັດທະນາປະເທດຊາດ, ດ້ວຍວິໄສທັດໃຫ້ນັບສິບປີຈະມາເຖິງ ແລະ ປະຕິບັດບັນດາຄຳໝັ້ນສັນຍາສາກົນໃນການຫຼຸດຜ່ອນການປ່ອຍແກສເຮືອນແກ້ວຢ່າງເຂັ້ມງວດ, ຊຸກຍູ້ການພັດທະນາໄຟຟ້າຜະລິດຄືນໃໝ່. ກ່ຽວກັບໄຟຟ້ານິວເຄຼຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢືນຢັນຈະສືບຕໍ່ປະຕິບັດແຜນນະໂຍບາຍເຊິ່ງສູນກາງ, ສະພາແຫ່ງຊາດໄດ້ຮັບຮອງເອົາດ້ານໄຟຟ້ານິວເຄຼຍ, ໃຫ້ຖືກກັບກົດໝາຍ, ຮັບປະກັນຄວາມປອດໄພ ແລະ ມີປະສິດທິຜົນ.