ຄະນະປະຈຳລັດຖະບານຫວຽດນາມ ໂຮມປະຊຸມກ່ຽວກັບການຜັນຂະຫຍາຍການເກັບຄ່າທຳນຽມທາງແບບອັດຕະໂນມັດໃນປີ 2020
(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຝ່າຍຮ່ວມທຸລະກິດ ແລະ ບັນດາຄູ່ຮ່ວມມື ຈົ່ງສົມທົບກັນ ແລະ ມີແບບວິທີຈັດຕັ້ງຜັນຂະຫຍາຍ ເພື່ອຜັນຂະຫຍາຍການເກັບຄ່າທຳນຽມທາງແບບອັດຕະໂນມັດໄລຍະ 2 ນີ້ ໃນທ້າຍປີ 2020.
ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການຊຸກຍູ້ໂຄງການເກັບຄ່າທຳນຽມທາງແບບອັດຕະໂນມັດ (ພາບ: VGP) |
ຕອນບ່າຍວັນທີ 16 ມີນາ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການຊຸກຍູ້ໂຄງການເກັບຄ່າທຳນຽມທາງແບບອັດຕະໂນມັດ, ໂຄງການດັ່ງກ່າວ ໂດຍລັດຖະບານມອບໃຫ້ກະຊວງຄົມມະນາຄົມຂົນສົ່ງ ຜັນຂະຫຍາຍຢູ່ບັນດາດ່ານເກັບຄ່າທຳນຽມທາງ BOT (Build-Operate-Transfer). ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຝ່າຍຮ່ວມທຸລະກິດ ແລະ ບັນດາຄູ່ຮ່ວມມື ຈົ່ງສົມທົບກັນ ແລະ ມີແບບວິທີຈັດຕັ້ງຜັນຂະຫຍາຍ ເພື່ອຜັນຂະຫຍາຍການເກັບຄ່າທຳນຽມທາງແບບອັດຕະໂນມັດໄລຍະ 2 ນີ້ ໃນທ້າຍປີ 2020. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ ຊີ້ນຳໂດຍກົງບັນດາຝ່າຍດຳເນີນໂຄງການດັ່ງກ່າວໃຫ້ສຳເລັດໃນປີ 2020 ແລະ ປະຕິບັດໂຄງການຕາມຂໍ້ກຳນົດຂອງກົດໝາຍ.