ວາລະຊັກຖາມລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແລະລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ
ພາບ: baochinhphu.vn
|
(VOVworld)- ທີ່ວາລະຊັກຖາມດຳເນີນໃນ ວັນທີ 18/4 ໃນຂອບເຂດກອງປະຊຸມຄັ້ງທີ 9, ຄະນະປະຈຳສະພາແຫ່ງຊາດຊຸດທີ 14. ເນື້ອໃນຊັກຖາມທ່ານ ດາວງອກຢູງ, ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແມ່ນສຸມໃສ່ມາດຕະການເພື່ອຍູ້ໄວການສຳຫລວດກວດກາ, ແກ້ໄຂລະບອບນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີ, ສະພາບຕົວຈິງໃນວຽກງານຄຸ້ມຄອງລັດກ່ຽວກັບການສອນວິຊາຊີບ, ບັນຫາຫັນປ່ຽນ, ຄຸ້ມຄອງບັນດາສູນບຳບັດຜູ້ຕິດຢາເສບຕິດ. ເມື່ອຕອບຄຳຊັກຖາມກ່ຽວກັບການຍົກສູງສະພາບຕະພາບແຮງງານ, ທ່ານ ດາວງອກຢູງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:
“ຕ້ອງສຸມໃສ່ສ້າງໂຄງປະກອບແຫລ່ງຊັບພະຍາກອນມະນຸດຄືນໃຫມ່ ເພື່ອຊຸກຍູ້ສະມັດຕະພາບແຮງງານ, ຈຳກັດການນຳໃຊ້ແຮງງານທຳມະດາ. ສຸມໃສ່ບຳລຸງສ້າງຕາມຄວາມຕ້ອງການຂອງຕະຫລາດ ສະນັ້ນ ຕ້ອງເພີ່ມທະວີການເຊື່ອມຕໍ່ກັບວິສາຫະກິດ, ເອົາໃຈໃສ່ຍົກສູງທັກສະສີມືແຮງງານ. ທີສາມ ແມ່ນປ່ຽນໃຫມ່ການນຳໃຊ້ເຕັກໂນໂລຊີ.”
ວຽກງານຄຸ້ມຄອງຄວາມປອດໄພຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕີແນັດ, ເລື່ອງແກ້ໄຂບັນດາສ່ວນບຸກຄົນ, ອົງການທີ່ມີການກະທຳໃຫ້ຂ່າວເສກສັນປັ້ນແຕ່ງ, ບໍໍ່ຖືກກັບຄວາມຈິງຜ່ານພາຫະນະສື່ເອເລັກໂຕນິກ ແມ່ນເນື້ອໃນຊື່ງບັນດາຜູ້ແທນໄດ້ຊັກຖາມທ່ານ ເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ. ເພື່ອຮັບປະກັນຄວາມປອດໄພຂໍ້ມູນຂ່າວທາງເຄືອຄ່າຍອິນເຕີແນັດຢູ່ຫວຽດນາມ, ທ່ານລັດຖະມົນຕີເຈືອງມີງຕວນ ໃຫ້ຮູ້ວ່າ: ຄຽງຂ້າງການສ້າງກອບກົດໝາຍໃຫ້ສົມບູນແບບ, ກະຊວງໄດ້ຍື່ນສະເຫນີຕໍ່ລັດຖະບານໃຫ້ສັດຕະຍາບັນ ວາງແຜນກຳນົດການພັດທະນາຄວາມປອດໄພຂໍ້ມູນຂ່າວສານແຫ່ງຊາດຮອດປີ 2020. ນອກນັ້ນ ທາງກະຊວງກໍ່ພວມສຳຜັດກັບບັນດາປະເທດທີ່ໄດ້ເປັນເຈົ້າການໃນຂົງເຂດເຕັກໂນໂລຊີຄື: ອາເມລິກາ, ຈີນ, ອິດສະຣາແອນ, ລັດເຊຍ.. ເພື່ອຮ່ຳຮຽນເອົາບົດຮຽນ.