ທ່ານນາງ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ວາລະປະຊຸມ
|
(vovworld) - ຕອນເຊົ້າວັນທີ 10/1, ເມື່ອປະກອບຄຳເຫັນກ່ຽວກັບບັນດາບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການວາງແຜນຜັງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດ ຖືວ່າ: ການສ້າງກົດໝາຍວ່າດ້ວຍການວາງແຜນຜັງຕ້ອງແກ້ໄຂໄດ້ສະພາບຊ້ອນກັນ, ຄວາມຟຸມເຟືອຍ, ໃນການແບ່ງເຂດບໍລິຫານຂອງເຂດ, ແຂວງ. ທີ່ວາລະປະຊຸມ, ການນຳບັນດາກະຊວງ, ຂະແໜງການສະເໜີວ່າ: ລະບົບແຜນຜັງ ແລະການພົວພັນລະຫວ່າງ ປະເພດແຜນຜັງຕ້ອງກຳນົດຫຼັກການທີ່ວ່າ ຂັ້ນຂະແໜງການ, ຂັ້ນທ້ອງຖິ່ນ ຕ້ອງເຄົາລົບ ແຜນຜັງສັງລວມແຫ່ງຊາດ. ທ້ອງຖິ່ນຕ້ອງອີງໃສ່ແຜນຜັງເຂດ ແລະ ທົ່ວປະເທດ. ຫຼີກລ້ຽງການວາງແຜນຜັງທີ່ມີລັກສະນະທ້ອງຖິ່ນ ພາໄປເຖິງການວາງແຜນຜັງຊ້ອນກັນ, ຟຸມເຟືອຍ. ພ້ອມທັງກວດກາຄືນລະບົບການວາງແຜນຜັງ, ບັນຊີລາຍຊື່ການວາງແຜນ.
ທີ່ວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ກະຊວງກໍ່ສ້າງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ - ການຄ້າ, ກະຊວງຄົມມະນາຄົມຂົນສົ່ງ ຄວນພິຈາລະນະຄືນຢ່າງລະອຽດເພື່ອເຫັນດີເປັນເອກະພາບຕໍ່ການວາງແຜນຜັງສັງລວມແຫ່ງຊາດ, ແຜນນຳໃຊ້ທີ່ດິນ, ແຜນການນຳໃຊ້ທະເລແຫ່ງຊາດ…
ກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດກໍ່ປະກອບຄຳເຫັນກ່ຽວກັບບັນດາບັນຫາໃຫຍ່ທີ່ຍັງມີຄວາມເຫັນແຕກຕ່າງກັນຂອງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສົມບັດຂອງລັດ (ສະບັບປັບປຸງ). ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບຕໍ່ການປ່ຽນຊື່ມາເປັນຮ່າງກົດໝາຍວ່າດ້ວຍການຄຸ້ມຄອງຊັບສົມບັດສາທາລະນະ (ສະບັບປັບປຸງ).