(vovworld) – ໂດຍສືບຕໍ່ວາລະປະຊຸມຄັ້ງທີ 30, ຕອນເຊົ້າວັນທີ 13/8, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄວາມແຕກຕ່າງກັນ ກ່ຽວກັບຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ). ໜຶ່ງໃນບັນດາບັນຫາໄດ້ຮັບຄວາມເສົນໃຈທີ່ສຸດແມ່ນການເປີດກ້ວາງເປົ້າໝາຍເຂົ້າຮ່ວມປະກັນສັງຄົມ. ຮ່າງກົດໝາຍວ່າດ້ວຍການປະກັນສັງຄົມເປີດກ້ວາງເປົ້າໝາຍເຂົ້າຮ່ວມປະກັນສັງຄົມ ບັງຄັບແມ່ນຄົນງານມີວຽກງານໃດໜຶ່ງ, ກຳນົດເວລາແຕ່ 1 ຫາ ຕຳ່ກ່ວາ 3 ເດືອນ. ຜູ້ປະຈຳການກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດຖືວ່າ: ເລື່ອງນຳກຸ່ມຄົນງານດັ່ງກ່າວເຂົ້າຮ່ວມການປະກັນສັງຄົມບັງຄັບແມ່ນຈຳເປັນ, ຮັບປະກັນຊີວິດສັງຄົມໃຫ້ຄົນງານເມື່ອບໍ່ສາມາດອອກແຮງງານຕື່ມອີກ. ກ່ຽວກັບນະໂຍບາຍສົ່ງເສີມເປົ້າໝາຍເຂົ້າຮ່ວມປະກັນສັງຄົມໂດຍສະໝັກໃຈ, ຜູ້ປະຈຳການກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດໄດ້ເຫັນດີເຫັນພ້ອມກັບການກຳນົດຂອງລັດໜູນຊ່ວຍຢູ່ໃນລະດັບຕຳ່ສຸດໃຫ້ຄົນງານເຂົ້າຮ່ວມທັງໝົດ ເພື່ອແນໃສ່ສົ່ງເສີມຊາວກະສິກອນ ແລະ ຄົນງານອອກແຮງງານແບບບໍ່ຖາວອນເຂົ້າຮ່ວມການປະກັນສັງຄົມໂດຍສະໝັກໃຈ.
ແລະກໍ່ໃນວາລະປະຊຸມ, ບັນດາ ສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ປຶກສາຫາລື ກ່ຽວກັບລະບອບເບ້ຍບຳນານ ແລະ ດຸ່ນດຽງກອງທຶນປະກັນ. ກ່ຽວກັບສິດອຳນາດກວດກາການເກັບຄ່າປະກັນສັງຄົມ, ການປະກັນໄພເມື່ອຖືກອຸບັດຕິເຫດໃນການອອກແຮງງານ ແລະ ພະຍາດອາຊີບ…