ວາລະປະຊຸມເທື່ອທີ 40 ຂອງຄະນະປະຈຳສະພາແຫ່ງຊາດ
(ພາບ: internet)
(vovworld) – ໂດຍສືບຕໍ່ວາລະປະຊຸມເທື່ອທີ 40 ຂອງຄະນະປະຈຳສະພາແຫ່ງຊາດ, ຕອນເຊົ້າວັນທີ 18/8, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລື ບາງບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ). ຜ່ານການປຶກສາຫາລື, ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເຫັນພ້ອມກັບຫຼາຍເນື້ອໃນທີ່ໄດ້ຮັບເອົາຄວາມເຫັນ ແລະ ປັບປຸງຄື: ກຳນົດຄວາມຮັບຜິດຊອບຂອງອົງການທີ່ມີສິດອຳນາດໃນການປົກປັກຮັກສາສິດພົນລະເມືອງ; ເວລາກຳນົດກຳມະສິດ, …ກ່ຽວຂ້ອງເຖິງຂໍ້ກຳນົດກ່ຽວກັບອັດຕາດອກເບ້ຍໃນສັນຍາກູ້ຢືມ, ຮ່າງປະມວນກົດໝາຍກຳນົດອັດຕາດອກເບ້ຍຕາມຂໍ້ຕົກລົງບໍ່ໄດ້ລື່ນກາຍ 200% ອັດຕາດອກເບ້ຍພື້ນຖານໂດຍທະນາຄານແຫ່ງລັດປະກາດ, ເວັ້ນເສຍແຕ່ກໍລະນີກົດໝາຍອື່ນທີ່ກ່ຽວຂ້ອງໄດ້ກຳນົດ.
ກ່ຽວກັບເລື່ອງມີ ຫຼື ບໍ່ມີຂໍ້ກຳນົດກ່ຽວກັບສິດປ່ຽນເພດໃນກົດໝາຍນີ້, ຄວາມເຫັນສ່ວນຫລາຍຂອງສະມາຊິກກຳມາທິການກົດໝາຍຖືວ່າ: ສິດປ່ຽນເພດແມ່ນສິດຂອງມະນຸດ, ຕ້ອງໄດ້ຮັບການຮອງຮັບໃນກົດໝາຍ. ເພື່ອຮັບປະກັນລັກສະນະລະມັດລະວັງ, ເໝາະສົມ, ກຳມາທິການກົດໝາຍ ສະເໜີປັງປຸງເນື້ອໃນນີ້ ຕາມທິດກຳນົດນີ້ແມ່ນສິດຂອງມະນຸດ, ສິດນີ້ຈະປະຕິບັດຕາມຂໍ້ກຳນົດຂອງກົດໝາຍ. ບົນພື້ນຖານດັ່ງກ່າວ, ສະພາແຫ່ງຊາດຈະມອບໃຫ້ອົງການມີສິດອຳນາດຄົ້ນຄວ້າ, ສະເໜີເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຕັດສິນບັນຫານີ້ ດ້ວຍເອກະສານນິຕິກຳ.