ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍສະມາຄົມ
(ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນ
ໃສ່ຮ່າງກົດໝາຍວ່າດ້ວຍສະມາຄົມ)
(vovworld) –ຕອນເຊົ້າ, ວັນທີ 15/10 ທີ່ກອງປະຊຸມ ເທື່ອທີ 42, ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍສະມາຄົມ. ຮ່າງກົດໝາຍວ່າດ້ວຍສະມາຄົມກຳນົດວ່າ: ສະມາຄົມແມ່ນອົງການອາສາສະໝັກຂອງພົນລະເມືອງ, ນິຕິບຸກຄົນ, ຫວຽດນາມເຄື່ອນໄຫວ ບໍ່ພຽງແຕ່ຈຸດປະສົງຫາຜົນກຳໄລເທົ່ານັ້ນ ຫາກຍັງມີຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ທີ່ກອງຊຸມ ຄວາມເຫັນຂອງຜູ້ແທນສ່ວນຫຼາຍ ສະເໜີວ່າ: ຄວນກຳນົດນິຍາມກ່ຽວກັບສະມາຄົມຄືນໃໝ່. ເພື່ອຮັບປະກັນສິດສ້າງຕັ້ງສະມາຄົມຂອງປະຊາຊົນກໍ່ຄື ຮັບປະກັນວຽກງານຄຸ້ມຄອງລັດ, ຄວນຄົ້ນຄວ້າ ເພື່ອມີການປັບປຸງໃຫ້ເໝາະສົມກັບບັນດາຮູບແບບການຈັດຕັ້ງສະມາຄົມທີ່ບໍ່ມີຖານະນິຕິບຸກຄົນ. ດ້ວຍເຫດນັ້ນ ການກຳນົດລະອຽດຫຼາຍເທົ່າໃດ ກໍ່ແຮງມີຄວາມສະດວກເມື່ອຈັດຕັ້ງປະຕິບັດເທົ່ານັ້ນ.