ທ່ານ Nguyen Sinh Hung ປະທານສະພາແຫ່ງຊາດ ຫວຽດນາມ ເປັນປະທານ
ວາລະປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ
ພາບ: VGP
|
(vovworld) - ຕອນເຊົ້າວັນທີ 13/8 ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂວາລະປະຊຸມຄັ້ງທີ 10 ພາຍໃຕ້ການເປັນປະທານຂອງທ່ານ Nguyen Sinh Hung ປະທານສະພາແຫ່ງຊາດ ຫວຽດນາມ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຊີ້ແຈງວ່າ: ຄະນະປະຈຳສະພາແຫ່ງຊາດຈະປຶກສາຫາລືບາງບັນຫາສຳຄັນໃນຮ່າງກົດໝາຍ 5 ສະບັບ ທີ່ຍັງມີຄຳເຫັນແຕກຕ່າງກັນ ພ້ອມທັງໃຫ້ຄຳເຫັນໃສ່ຮ່າງກົດໝາຍອື່ນ 5 ສະບັບ ແລະ ບັນຫາສຳຄັນອື່ນອີກ.
ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະນາຍຄວາມ, ຄຳເຫັນຂອງຜູ້ແທນສ່ວນຫລາຍສະເຫນີວ່າ: ຮ່າງກົດໝາຍຄວນເພີ່ມເຕີມຂໍ້ກຳນົດພະນັກງານ, ລັດຖະກອນທີ່ພວມສິດສອນດ້ານກົດໝາຍພຽງໄດ້ເຂົ້າຮ່ວມເປັນທີ່ປຶກສາກ່ຽວກັບກົດໝາຍ, ບໍ່ເຂົ້າຮ່ວມວິວັດການດຳເນີນຄະດີ. ທ່ານນາງ Truong Thi Mai, ຫົວຫນ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດປະກອບຄຳເຫັນວ່າ:
“ປະຈຸບັນ, ຫວຽດນາມ ພວມຂາດແຄນທະນາຍຄວາມ, ໃນໄລຍະ 5 - 10 ປີ ຈະມາເຖິງຈຶ່ງສາມາດຕອບສະຫນອງຄວາມຕ້ອງການຢ່າງພຽງພໍໄດ້. ສະນັ້ນ ຄວນນຳໃຊ້ລັດຖະກອນພວມເຄ່ືອນໄຫວ ແລະ ມີຄວາມເຂົ້າໃຈກ່ຽວກັບບັນຫານີ້ ແຕ່ບໍ່ໃຫ້ເຂົ້າຮ່ວມການດຳເນີນຄະດີ.”
ສຳລັບການກຳນົດອອກຫນັງສືອະນຸຍາດແກ້ຄວາມ, ທ່ານ Nguyen Hanh Phuc ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ຖືວ່າ: ຄວນອະນຸຍາດໃຫ້ທະນາຍຄວາມສຳພັດກັບລາຍຄະດີນັບແຕ່ຫົວທີ່ ແລະ ລົບລ້າງຂໍ້ກຳນົດອອກຫນັງສືອະນຸຍາດແກ້ຄວາມໃນຮ່າງກົດໝາຍ.