ຄະນະປະຈຳສະພາ ແຫ່ງຊາດ ຕີລາຄາ ປະສິດທິຜົນສັງລວມ ຂອງໂຄງການ ໂບສິດ 2 ແຫ່ງ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 17/05, ທີ່ການເຮັດວຽກເປັນມື້ສຸດທ້າຍຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 28, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງບົດລາຍງານຂອງຄະນະຕິດຕາມກວດກາກ່ຽວກັບຫົວເລື່ອງປະສິດທິຜົນສັງລວມດ້ານເສດຖະກິດ, ສັງຄົມຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງ 2 ໂຄງການ ໂບສິດ ເຕີນຣາຍ ແລະ ເຍີນເກີ, ໂດຍກຸ່ມບໍລິສັດອຸດສາຫະກຳຖ່ານຫີນ - ແຮ່ທາດຫວຽດນາມ ເປັນເຈົ້າຂອງການລົງທຶນ.
ນີ້ແມ່ນ 2 ໂຄງການທົດລອງຂຸດຄົ້ນໂບສິດ ເພື່ອຜະລິດ ອາລູມີນ ແຫ່ງທຳອິດຢູ່ຫວຽດນາມ, ສະຖານທີ່ກໍ່ສ້າງໂຮງງານ ອາລູມີນ ຢູ່ແຂວງ ເລີມດົ່ງ ແລະ ດັ໋ກລັກ ແມ່ນເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມເຂດ ໄຕງວຽນ.
ລາຍງານທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈູງຫາຍ ໃຫ້ຮູ້ກ່ຽວກັບປະສິດທິຜົນດ້ານເສດຖະກິດຂອງ 2 ໂຄງການ. ລັດຖະບານຄິດໄລ່ຢ່າງເຂັ້ມງວດບົນພື້ນຖານບັນດາແຜນຮ່າງລະອຽດທີ່ສຸດ, ຮັບປະກັນໂຄງການຍັງມີປະສິດທິຜົນ. ແລະກໍ່ຕາມທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ແລ້ວ, ໄລມາຮອດປະຈຸບັນ, ກຸ່ມບໍລິສັດອຸດສາຫະກຳຖ່ານຫີນ - ແຮ່ທາດຫວຽດນາມ ໄດ້ເປັນເຈົ້າການກ່ຽວກັບການເຄື່ອນໄຫວຂອງ 2 ໂຄງການ, ບໍ່ຕ້ອງຈ້າງບໍລິສັດຕາງປະເທດເພື່ອດຳເນີນການເຄື່ອນໄຫວ.