ຄະນະປະຕິບັດງານຄະນະໂຄສະນາສຶກສາສູນກາງພັກຢ້ຽມຢາມ ແລະ ເຮັດວຽກຢູ່ໂຮນລັງ

(VOVWORLD) - ວັນທີ 30 ກັນຍາ, ທີ່ການເຮັດວຽກກັບຄະນະກຳມະການສື່ສານໂຮນລັງ, ຄະນະໄດ້ຮັບຟັງທ່ານ Madeleine de Cock Buning, ປະທານຄະນະກຳມະການແນະນຳກ່ຽວກັບໂຄງປະກອບ...

ຄະນະປະຕິບັດງານຄະນະໂຄສະນາສຶກສາສູນກາງພັກຢ້ຽມຢາມ ແລະ ເຮັດວຽກຢູ່ໂຮນລັງ - ảnh 1 ການເຮັດວຽກລະຫວ່າງ 2 ຝ່າຍ

(ພາບຈາກ: dangcongsan.vn)

ຄະນະປະຕິບັດງານຄະນະໂຄສະນາສຶກສາສູນກາງໂດຍທ່ານ ຫວໍວັນຟວງ, ຮອງຫົວໜ້າຜູ້ປະຈຳການຄະນະນຳໜ້າໄດ້ມີການເຮັດວຽກຢູ່ ໂຮນລັງ ເພື່ອຊອກຮູ້, ແລກປ່ຽນບົດຮຽນກ່ຽວກັບນະໂຍບາຍການຖະແຫຼງຂ່າວ ແລະ ການສື່ສານ. ວັນທີ 30 ກັນຍາ, ທີ່ການເຮັດວຽກກັບຄະນະກຳມະການສື່ສານໂຮນລັງ, ຄະນະໄດ້ຮັບຟັງທ່ານ Madeleine de Cock Buning, ປະທານຄະນະກຳມະການແນະນຳກ່ຽວກັບໂຄງປະກອບ, ການຈັດຕັ້ງກົງຈັກຂອງອົງການນີ້ ແລະ ບັນດາບັນຫາກ່ຽວຂ້ອງເຖິງກົດໝາຍ, ສະພາບການເຄື່ອນໄຫວຂອງຕະຫຼາດສື່ສານ ໂຮນລັງ. ສອງຝ່າຍແບ່ງປັນບົດຮຽນໃນການຄຸ້ມຄອງ, ຕິດຕາມກວດກາການເຄື່ອນໄຫວຕະຫຼາດສື່ມວນຊົນໃນສະພາບການທີ່ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານນັບມື້ນັບພັດທະນາ, ຜ່ານນັ້ນສ້າງຕັ້ງບັນດາພາຫະນະສື່ມວນຊົນ, ຮູບແບບຖະແຫຼງຂ່າວ, ສື່ສານແບບໃໝ່, ຫຼາຍຮູບຫຼາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ