ຄະນະປະຕິບັດງານ ກະຊວງປ້ອງກັນປະເທດ ຢ້ຽມຢາມໝູ່ເກາະ ເຈື່ອງຊາ
ພົນໂທ ຫງວຽນແທ່ງກຸງ ຢ້ຽມຢາມໝູ່ເກາະເຈື່ອງຊາ
(ພາບ: qdnd.vn)
(vovworld) - ໃນໄລຍະຜ່ານມາ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ແລະ ບັນດາກະຊວງ, ຄະນະ, ຂະແໜງການສູນກາງ, ບັນດາອົງການສືມວນຊົນພາຍໃນ ແລະ ນອກກອງທັບ ໂດຍພົນໂທ ຫງວຽນແທ່ງກຸງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ, ໄດ້ເດີນທາງໄປຍັງໝູ່ເກາະ ເຈື່ອງຊາ ເພື່ອກຳແໜ້ນສະພາບການບົນທະເລ.
ເມື່ອໂອ້ລົມກັບພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເກາະເຈື່ອງຊາ, ເມືອງ ເຈື່ອງຊາ, ແຂວງແຄ໋ງຮ່ວາ, ພົນໂທ ຫງວຽນແທ່ງກຸງ ເນັ້ນໜັກວ່າ, ພະນັກງານ, ນັກຮົບຕ້ອງສືບຕໍ່ຊາບຊຶມ, ກຳແໜ້ນ ແລະ ໝູນໃຊ້ທັດສະນະ, ແນວທາງການຕ່າງປະເທດທີ່ສະເໝີຕົ້ນສະໝີປາຍຂອງພັກກອມມູນິດຫວຽດນາມ ຢ່າງມີຫົວຄິດປະດິດສ້າງ, ພິເສດແມ່ນບັນດາຂໍ້ຕົກລົງກ່ຽວກັບການປະພຶດບົນທະເລຕາເວັນອອກ (DOC) ປົກປັກຮັກສາເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ. ຮ່ວມແຮງຮ່ວມໃຈກໍ່ສ້າງເມືອງເກາະເຈື່ອງຊາ ໃຫ້ພັດທະນາຢ່າງວ່ອງໄວກ່ຽວກັບດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ສົມທົບດ້ານເສດຖະກິດກັບການປ້ອງກັນຊາດຢ່າງແໜ້ນແຟ້ນ. ກໍ່ສ້າງເກາະເຈື່ອງຊາ ໃຫ້ກາຍເປັນເຂດປ້ອງກັນທີ່ໝັ້ນຄົງເຂັ້ມແຂງເພື່ອປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມບົນທະເລ, ທັງເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈເພື່ອໃຫ້ຊາວປະມົງເຄື່ອນໄຫວບົນທະເລ, ກຽມພ້ອມປະຕິບັດວຽກງານກູ້ໄພກູ້ຊີບເປັນຢ່າງດີ, ສ້າງອົງຄະນະພັກອຳນາດການປົກຄອງ ແລະ ກຳລັງປະກອບອາວຸດໃນເກາະຢ່າງປອດໄສ ແລະ ໝັ້ນຄົງເຂັ້ມແຂງ.