ຄະນະຜູ້ແທນກະຊວງການຕ່າງປະເທດເວເນັດຊູເອລາຢ້ຽມຢາມຫວຽດນາມໃນລະຫວ່າງວັນທີ 13-15/12/2016
ທ່ານ ຟ້າມບີງມິງ ແລະ
ທ່ານຮອງລັດຖະມົນຕີ Felix Plasencia
(ພາບ: TTXVN)
(vovworld) - ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ໃນລະຫວ່າງວັນທີ 13 – 15/12/2016 , ຄະນະຜູ້ແທນກະຊວງການຕ່າງປະເທດ ສາທາລະນະລັດ ເວເນັດຊູເອລາ ໂດຍທ່ານຮອງລັດຖະມົນຕີ Felix Plasencia ນຳໜ້າ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຊຶ່ງໄດ້ດຳເນີນວາລະທາບທາມການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ 2 ປະເທດຄັ້ງທີ 6. ທີ່ການຕ້ອນຮັບຄະນະຜູ້ແທນໃນຕອນບ່າຍວັນທີ 14/12 ທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕີລາຄາວ່າ ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ເວເນັດຊູເອລາ ໃນໄລຍະຜ່ານມາ, ສືບຕໍ່ພັດທະນາຢ່າງຕັ້ງໜ້າ,ຊຶ່ງໄດ້ສະແດງອອກ ຜ່ານບັນດາໝາກຜົນ, ຂໍ້ຕົກລົງທີ່ບັນລຸໄດ້ໃນບັນດາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສູງຂອງ 2 ປະເທດ. ທ່ານ ຟ້າມບີງມິງ ຖືເປັນສຳຄັນເລື່ອງສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນກັບ ເວເນັດຊູເອລາ, ເປັນຕົ້ນແມ່ນ ໃນບັນດາຂົງເຂດກະສິກຳ, ນຳມັນອາຍແກັດ, ສິນໃນນ້ຳ, ອຸດສາຫະກຳປຸງແຕ່ງ, ຜະລິດສິນຄ້າຊົມໃຊ້ ແລະ ວັດສະດຸກໍ່ສ້າງ. ທ່ານ ຟ້າມບີງມິງ ສະເໜີ 2 ຝ່າຍຄວນເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫລາຍຝ່າຍຄື: ສປຊ, ຂະບວນການບໍ່ຮ່ວມກຸ່ມ ແລະ ເວທີປາໄສການຮ່ວມມື ອາຊີຕາເວັນອອກ - ອາເມລິກາລາຕິນ
ສວ່ນທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເວເນັດຊູເອລາ Felix Plasencia ຢືນຢັນວ່າ: ເວເນັດຊູເອລາ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ອາຊີ , ພ້ອມທັງປາດຖະໜາ ແລະ ຕັດສິນໃຈເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ເວເນັດຊູເອລາ.