ຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ
(ທ່ານພົນເອກ ເຈີນດ້າຍກວາງ ພົບປະກັບ
ທ່ານນາງເລຂາຄະນະພັກນະຄອນແທນຈີນ ຊວນຈວນລ໋ານ)
(vovworld) – ວັນທີ 29/10, ຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເຈີນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດ ນຳໜ້າໄດ້ສິ້ນສຸດການຢ້ຽມຢາມຈີນ ແລະ ເປັນປະທານຮ່ວມກອງປະຊຸມຮ່ວມມືປ້ອງກັນຊາດ ແລະ ຕ້ານອາດຊະຍາກຳຄັ້ງທີ 4 ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດຈີນ. ກ່ອນໜ້ານັ້ນ, ທີ່ການພົບປະເຈລະຈາລະຫວ່າງທ່ານພົນເອກ ເຈີນດ້າຍກວ້າງ ແລະ ທ່ານນາງເລຂາຂະນະພັກນະຄອນແທນຈີນ ຊວນຈວນລ໋ານ. ທ່ານນາງເລຂາຂະນະພັກນະຄອນແທນຈີນ ຊວນຈວນລ໋ານ ຢືນຢັນການຖືເປັນສຳຄັນ ແລະ ປາດຖະໜາຢາກສືບຕໍ່ປັບປຸງ, ພັດທະນາການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງນະຄອນ ແທນຈີນ ກັບບັນດາແຂວງນະຄອນຂອງຫວຽດນາມ, ໂດຍສະເພາະແມ່ນກັບນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈິມິນ. ທ່ານພົນເອກ ເຈີນດ້າຍກວາງ ປາດຖະໜາວ່າ, ການພົວພັນຮ່ວມມືລະຫວ່າງນະຄອນ ແທນຈີນ ກັບບັນດາແຂວງ, ນະຄອນຂອງຫວຽດນາມ ຈະນັບມື້ນັບໄດ້ຮັບການເປີດກວ້າງຍິ່ງໆຂຶ້ນ.
ທີ່ການພົບປະກັນເຈລະຈາກັບພົນໂທ ວາງຈ໋ຽນພິ໋ງ, ຜູ້ບັນຊາການກຳລັງຕຳຫຼວດປະກອບອາວຸດຈີນ. ທ່ານພົນເອກ ເຈີນດ້າຍກວາງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກຳລັງຕຳຫຼວດປະກອບອາວຸດຈີນ ແລະ ກຳລັງຕຳຫຼວດເຄື່ອນທີ - ກະຊວງຕຳຫຼວດຫວຽດນາມ ຈະເພີ່ມທະວີແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ, ຕ້ານກໍ່ການຮ້າຍ, ການກໍ່ຈະລາຈົນ, ຮັບປະກັນຄວາມປອດໄພສຳລັບບັນດາເຫດການການເມືອງສຳຄັນຢູ່ແຕ່ລະປະເທດ… ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ລະປະເທດ ແລະ ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ຢູ່ໃນໂລກ.