ຄະນະຜູ້ແທນກຳປູເຈຍ ທີ່ໄດ້ຊ່ວຍ ທະຫານອາສາສະໝັກໃນໄລຍະສົງຄາມມາຢ້ຽມຢາມຫວຽດນາມ

ຄະນະຜູ້ແທນກຳປູເຈຍ ທີ່ໄດ້ຊ່ວຍ ທະຫານອາສາສະໝັກໃນໄລຍະສົງຄາມມາຢ້ຽມຢາມຫວຽດນາມ - ảnh 1
ຄະນະ​ຜູ້​ແທນກຳ​ປູເຈຍທີ່​ໄດ້​ຊ່ວຍ​ທະຫານ​ອາສາ​ສະໝັກ​
ໃນ​ໄລຍະ​ສົງຄາມ​ມາ​ຢ້ຽມຢາມ​ຫວຽດນາມ
(ພາບ: cpv.org.vn)

(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ, ຄະນະ​ຜູ້​ແທນກຳ​ປູເຈຍ ລວມ 10 ທ່ານ​ທີ່​ໄດ້​ຊ່ວຍ​ທະຫານ​ອາສາ​ສະ​ໝັກ​ຫວຽດນາມ ​ໃນ​ໄລຍະ​ປະຕິບັດ​ໜ້າ​ທີ່ຢູ່​ກຳປູ​ເຈຍ, ​​ໂດຍທ່ານ Lim Chhay, ຮອງ​ລັດຖະມົນຕີ, ກະຊວງ​ສັງຄົມ, ​ນັກຮົບ​ເກົ່າ ​ແລະ ຟື້ນ​ຟູ​ຊາວ​ໜຸ່ມ​ກຳປູ​ເຈຍ, ນຳ​ໜ້າ ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 22 – 28/10. ຕອນ​ບ່າຍ​ວັນ​ທີ 23/10, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ຜູ້​ປະຈຳການ​ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ Nguyen Van Kien ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ. ນະ​ທີ່​ນີ້, ທ່ານ Lim Chhay ​ໄດ້​ຖື​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການຈັດ​ຕັ້ງ​​ມິດຕະພາບ​ປະຊາຊົນ​ສອງ​ປະ​ເທດ ຄວນ​ເພີ່ມ​ທະວີ​ການ​ສຶກສາ​ໃຫ້​ລຸ້ນ​ໜຸ່ມ​ຂອງ​ສອງ​ປະ​ເທດ​ເຂົ້າ​ໃຈ ​ແລະ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ​ມິດຕະພາບ​ຫວຽດນາມ - ກຳ​ປູ​ເຈຍ. ຄຽງ​ຂ້າງ​ວຽກ​ງານ​ໂຄສະ​ນາ, ວຽກ​ງານ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ນັກ​ສຶກສາ​ກຳ​ປູ​ເຈຍ ທີ່​ພວມ​ຮໍ່າຮຽນຢູ່​ຫວຽດນາມ ຕ້ອງ​ໄດ້​ຮັບ​ການ​ເປີດ​ກວ້າງ ​​ແລະ ​ເສີມ​ຂະຫຍາຍ​​ເພື່ອ​ແນ​ໃສ່ປະກອບສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈອັນ​ສະໜິດ​ແໜ້ນ​ລະຫວ່າງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ​ແລະ ​ຫວຽດນາມ ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ