ທ່ານ ຟ້າມກວາງຫງີ້
ເລຂາຄະນະພັກນະຄອນ ຮ່າໂນ້ຍ
ພາບ:internet
|
(vovworld) - ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ໂດຍທ່ານ ຟ້າມກວາງຫງີ້ (Phạm Quang Nghị) ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ນຳຫນ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 8-12/12. ຕອນບ່າຍວັນທີ 8/12, ຢູ່ນະຄອນຫລວງ ວຽງຈັນ, ຄະນະຜູ້ແທນ ຫວຽດນາມ ໄດ້ມີການເຈລະຈາກັບ ຄະນະຜູ້ແທນຂັ້ນສູງ ນະຄອນ ວຽງຈັນ ໂດຍທ່ານ ສຸກັນ ມະຫາລາດ, ເລຂາຄະນະພັກ ທັງເປັນເຈົ້າຄອງນະຄອນຫລວງວຽງຈັນ ນຳຫນ້າ. ທີ່ການເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ, ສະພາບການອົງຄະນະພັກຂອງສອງນະຄອນ, ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືລະຫວ່າງສອງນະຄອນແມ່ນພັດທະນາຢ່າງຮອບດ້ານໃນຫລາຍຂົງເຂດ. ສອງຝ່າຍປາດຖະຫນາຢາກເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງນະຄອນຫລວງໃຫ້ພັດທະນາຮອບດ້ານຢູ່ໃນລະດັບສູງໃຫມ່.ໃນໄລຍະຈະມາເຖິງ ສອງນະຄອນ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ,ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະກັນໃນການສ້າງສາ ແລະ ພັດທະນາໃນຫລາຍຂົງເຂດນັບມື້ນັບມີປະສິດທິຜົນ.