ຄະນະຜູ້ແທນຄະນະສາສະຫນາລັດຖະບານຫວຽດນາມຢ້ຽມຢາມສຳນັກງານວາຕີກັງ

ຄະນະຜູ້ແທນຄະນະສາສະຫນາລັດຖະບານຫວຽດນາມຢ້ຽມຢາມສຳນັກງານວາຕີກັງ - ảnh 1
ຄະນະຜູ້ແທນຫວຽດນາມເຮັດວຽກກັບທ່ານ Antonie Camilleri ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Vatican
ພາບ: TTXVN

vovworld)- ຄະນະ​ປະຕິບັດ​ງານ​ຄະນະ​ສາສະຫນາ​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ​ ຟ້າ​ມຢູງ, ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ, ຫົວຫນ້າ​ຄະນະ​ສາສະຫນາ​ລັດຖະບານ​ຫວຽດນາມ​ນຳ​ຫນ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສຳນັກງານ ວາ​ຕີ​ກັງ​ແຕ່​ວັນ​ທີ 15-20/9. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ສຳນັກງານ ວາ​ຕີ​ກັງ, ຄະນະ​ຜູ້​ແທນ​ຫວຽດນາມ​ໄດ້​ພົບ​ປະ​​ແລະ​ເຮັດ​ວຽກ​ກັບ​ທ່ານ Tadeusz Wojda ຮອງ​ລັດ​ຖະມົນຕີ​ກະຊວງ​ເຜີຍ​ແຜ່​ສາສະຫນາ, ທ່ານ Antonie Camilleri ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສັງ​ສັນ​ຮ່ວມ​ຂອງ​ສັນ​ຕະປາ​ປາ Francis ​ແລະ ຢ້ຽມຢາມ​ວິທະຍຸ​ກະຈາຍສຽງ ວາ​ຕີ​ກັງ. ທີ່​ການ​ເຮັດ​ວຽກ,​ສອງ​ຝ່າຍ​ໄດ້​ແລກປ່ຽນ​ບາງ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຝ່າຍ​ຫວຽດນາມ ຢືນຢັນ​ວ່າ ຍາມ​ໃດ​ລັດຖະບານ​ຫວຽດນາມ​ກໍ​ປະຕິບັດ​ນະ​ໂຍບາຍ​ສາສະຫນາ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ, ຮັບປະກັນ​ສິດ​ເສລີ​ໃນ​ການ​ເຫລື້​ອມ​ໃສ ​ແລະ ​ເຊື່ອ​ຖື​ສາສະຫນາ ພ້ອມ​ທັງ​ຕ້ານ​ການ​ສວຍ​ໃຊ້​ການ​ເຫລື້ອມ​ໃສ ​ແລະ ​ເຊື່ອ​ຖືສາສະຫນາ​ເພື່ອກໍ່​ຄວາມ​ຂາດສະຖຽນ​ລະ​ພາບ​ທາງ​ສັງຄົມ, ກໍ່​ຜົນ​ສະທ້ອນ​ເຖິງ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຄົມ​ສາສະຫນາ​ກາ​ໂຕ​ລີກ​ເວົ້າ​ສະ​ເພາະ ​ແລະ ປະ​ເທດ​ຊາດ​ເວົ້າ​ລວມ. ລັດຖະບານ ຫວຽດນາມ ໝັ້ນ​ໝາຍ ຍາມ​ໃດ​ກໍ​ຫນູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫລືອ​ບັນດາ​ອົງການ​ສາສະຫນາ ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະຫນາດ​ຢາກ​ຊາວ​ຄຼິດຫວຽດນາມ ຕັ້ງຫນ້າ​ເຂົ້າຮ່ວມ​ການ​ສ້າງສາ​ປະ​ເທດ​ຊາດ, ປະກອບສ່ວນ​ດ້ວຍ​ບັນດາ​ການ​ກະທຳ​ລະອຽດ​ເພື່ອ​ຜົນ​ປະ​ໂຫຍດລວມຂອງ​ສັງຄົມ, ຢູ່​ໃນ​ສິນ​ກິນ​ໃນ​ທຳ. ​ຝ່າຍ ວາ​ຕີ​ກັງ ​​ເນັ້ນ​ຫນັກ​ວ່າ ປາດ​ຖະຫນາ​ຢາກ​ພັດທະນາ​ການ​ພົວພັນ​ກັບ​ຫວຽດນາມ​ກວ່າ​ອີກ ພ້ອມ​ທັງ ຈະ​ມານະ​ພະຍາຍາມ​ສົມທົບ​ກັບ​ລັດຖະບານ​ຫວຽດນາມ ​ເປັນ​ຢ່າງ​ດີ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ