ຄະນະຜູ້ແທນດູມາແຫ່ງຊາດລັດເຊຍຢ້ຽມຢາມ,ເຮັດວຽກຢູ່ແຂວງເບ໋ນແຈ
ຄະນະຜູ້ແທນດູມາແຫ່ງຊາດລັດເຊຍເຮັດວຽກກັບການນຳແຂວງເບ໋ນແຈ
(ພາບ:TTXVN )
(vovworld) - ວັນທີ 26/12, ຄະນະຜູ້ແທນສະພາຕຳ່ ດູມາ ແຫ່ງຊາດ ລັດເຊຍ ໂດຍທ່ານຮອງປະທານຜູ້ທີໜຶ່ງ Melnikov Ivan Ivanovich ນຳໜ້າໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເບ໋ນແຈ.
ທີ່ການຕ້ອນຮັບ, ທ່ານ ຫງວຽນແທ່ງຟອງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ເບ໋ນແຈ ໄດ້ແນະນຳບັນດາທ່າແຮງຂອງແຂວງກ່ຽວກັບດ້ານເສດຖະກິດສວນ, ເສດຖະກິດທາງທະເລ, ການພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ. ທ່ານ ຫງວຽນແທ່ງຟອງ ໃຫ້ຮູ້ວ່າ ເບ໋ນແຈ ພ້ອມແລ້ວໃຫ້ການຕ້ອນຮັບ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ລັດເຊຍ ລົງທຶນເຂົ້າ ເບ໋ນແຈ ພ້ອມທັງປາດຖະໜາວ່າໃນໄລຍະຈະມາເຖີງບັນດາວິສາຫະກິດ ລັດເຊຍ ຈະລົງທຶນເຂົ້າ ເບ໋ນແຈ ຫຼາຍກວ່າອີກ, ເຮັດໃຫ້ສາຍພົວພັນລະຫວ່າງ ເບ໋ນແຈ ແລະ ບັນດາວິສາຫະກິດ ລັດເຊຍ ຈະພັດທະນາກວ່າອີກ.
ທ່ານຮອງປະທານຜູ້ທີໜຶ່ງ ດູມາ ແຫ່ງຊາດ ລັດເຊຍ ສະແດງຄວາມສົນໃຈຕໍ່ທ່າແຮງເສດຖະກິດຂອງ ເບ໋ນແຈ ຄື ຕົ້ນໝາກພ້າວ ແລະ ບັນດາຜະລິດຕະພັນປຸງແຕ່ງຈາກໝາກພ້າວ; ຊອກຮູ້ການຜະລິດບັນດາຜະລິຕະພັນຈາກໝາກພ້າວ, ການສົ່ງອອກຜ່ານບັນດາທ່າເຮືອ ແລະ ຄູ່ຮ່ວມມືຢູ່ ລັດເຊຍ.