ຄະນະຜູ້ແທນພັກກອມມູນິດຫວຽດນາມສືບຕໍ່ຢ້ຽມຢາມແລະເຮັດວຽກກັບບາງຄູ່ຮ່ວມມືຝຣັ່ງ
(ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຮັດວຽກ ຢູ່ຝຣັ່ງ)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ຝຣັ່ງ, ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 37 ພັກກອມມູນິດຝຣັ່ງ ແຕ່ວັນທີ່ 4-6/6, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຟ໋າມມິງຈິງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ເປັນຫົວໜ້າຄະນະ ມີການເຮັດວຽກກັບບັນດາກະຊວງ, ຂະແໜງການຂອງຝຣັ່ງ. ໃນບັນດາການແລກປ່ຽນ, ສອງຝ່າຍໄດ້ຮັບຮອງໝາກຜົນແຫ່ງການຮ່ວມມືຢ່າງຕັ້ງໜ້າ ໃນໄລຍະຜ່ານມາ ລະຫວ່າງ ບັນດາທ້ອງຖິ່ນ, ວິສາຫະກິດ ແລະ ອົງການກ່ຽວຂ້ອງ ຂອງຫວຽດນາມ ກັບບັນດາຄູ່ຮ່ວມມືຝຣັ່ງ, ສອງຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການພົວພັນຮ່ວມມື, ລົງທຶນ ລະຫວ່າງ ບັນດາອົງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າ ໃນການກະກຽມໃຫ້ແກ່ການຢ້ຽມຢາມຫວຽດນາມ ຂອງທ່ານ ປະທານາທິບໍດີ Francois Hollande ເຊິ່ງຄາດຄະເນ ຈະດຳເນີນໃນເດືອນ 9 ຈະມາເຖິງ ໃຫ້ບັນລຸໝາກຜົນຢ່າງຈົບງາມ. ໃນໄລຍະການເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 37 ພັກກອມມູນິດຝຣັ່ງ (PCF), ຄະນະຜູ້ແທນພັກກອມມູນິດຫວຽດນາມ ພົບປະແລກປ່ຽນ ຂອງຄະນະປະຈຳ ພັກກອມມູນິດຝຮັ່ງ ກັບບັນດາຄະນະຜູ້ແທນສາກົນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່, ສຳຜັດການແລກປ່ຽນ ກັບຫຼາຍຄະນະຜູ້ແທນ ພັກຕ່າງໆ ຢູ່ນອກກອງປະຊຸມໃຫຍ່ ເພື່ອແບ່ງປັນຂໍ້ມູນ ແລະ ປຶກສາຫາລືກ່ຽວກັບທິດຮ່ວມມືສອງຝ່າຍ.