ຄະນະຜູ້ແທນພັກກອມມູນິດຫວຽດນາມເຂົ້າຮ່ວມກອງປະຊຸມອາຊຽນກ່ຽວກັບເລື່ອງແມ່ຍິງເຮັດວຽກງານການເມືອງຢູ່ມາເລເຊຍ
ແມ່ຍິງເຮັດວຽກງານການເມືອງ:
ຊຸກຍູ້ຜູ້ຕາງໜ້າຜ່ານການປ່ຽນໃໝ່ ແລະ ເຊື່ອມຕໍ່
(ພາບ: vietnamplus)
(vovworld) – ເນື່ອງໃນໂອກາດທີ່ມາເລເຊຍ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ, ວັນທີ 17/10, ຢູ່ນະຄອນຫຼວງ ກົວລາລຳເປີ, ພັນທະມິດແນວໂຮມແຫ່ງຊາດ (BN) ກຳອຳນາດມາເລເຊຍ ຈັດຕັ້ງກອງປະຊຸມອາຊຽນ ດ້ວຍຫົວຂໍ້ວ່າ “ແມ່ຍິງເຮັດວຽກງານການເມືອງ: ຊຸກຍູ້ຜູ້ຕາງໜ້າຜ່ານການປ່ຽນໃໝ່ ແລະ ເຊື່ອມຕໍ່”. ເຂົ້າຮ່ວມກອງປະຊຸມມີນັກການເມືອງ 24 ທ່ານທີ່ມາຈາກ 14 ປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືເຈລະຈາຂອງອາຊຽນ. ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານນາງ ເຈືອງທິງອກແອ໋ງ, ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມ. ກອງປະຊຸມໄດ້ໄຈ້ແຍກ, ເຮັດແຈ້ງບົດບາດຂອງແມ່ຍິງ ໃນຊີວິດດ້ານເສດຖະກິດ, ການເມືອງ, ສັງຄົມ, ພ້ອມທັງຊີ້ໃຫ້ເຫັນບັນດາສິ່ງຈຳກັດ ພ້ອມກັບເຫດຜົນຂອງທີ່ຕັ້ງແມ່ຍິງໃນການເມືອງ, ທີ່ຍັງບໍ່ທັນສົມກັບຄວາມສາມາດ ແລະ ການປະກອບສ່ວນຂອງຕົນ. ບົນພື້ນຖານນັ້ນ, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືເພື່ອຊອກຫາບັນດາມາດຕະການຍົກສູງບົດບາດ ແລະ ການເຂົ້າຮ່ວມຂອງແມ່ຍິງໃນການເມືອງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິງອກແອ໋ງ ໄດ້ແບ່ງປັນບັນດາຜົນງານທຸກດ້ານເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ແລະ ບັນມາດຕະການແກ້ໄຂເພື່ອແນໃສ່ປະຕິບັດຄາດໝາຍ ຍົກສູງອັດຕາແມ່ຍິງໃນບັນດາອົງການຂອງພັກ, ສະພາແຫ່ງຊາດ ແລະ ລັດ.