(vovworld) – ຕອນເຊົ້າວັນທີ 21/6, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ນຳໜ້າ ໄດ້ເດີນທາງອອກຈາກນະຄອນຫຼວງ Kiev ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ອຸກະແຣນ ຢ່າງຈົບງາມ. ກ່ອນໜ້ານັ້ນ, ວັນທີ 20/6, ຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ Kharkov. ທີ່ການເຮັດວຽກ, ການນຳແຂວງໃຫ້ຮູ້ວ່າ, Kharkov ແມ່ນແຂວງໃຫຍ່ຂອງ ອຸກະແຣນ, ເຊິ່ງແມ່ນສູນອຸດສາຫະກຳ, ວິທະຍາສາດເຕັກໂນໂລຢີ ແລະ ການສຶກສາຂອງທົ່ວປະເທດ, ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫຼາຍຢ່າງ, ອາດຈະຮ່ວມມືກັບ ຫວຽດນາມ ໃນບັນດາຂະແໜງອຸດສາຫະກຳຜະລິດເຄື່ອງກົນຈັກ, ຜະລິດເຮືອບິນ, ສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດ, ຂຸດຄົ້ນແຮ່ທາດ, ຄົມມະນາຄົມຂົນສົ່ງ, ທາງລົດໄຟ... ທ່ານ ເລຮົ່ງແອງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຊົມເຊີຍ ແລະ ສົ່ງເສີມການຮ່ວມມືລະຫວ່າງແຂວງ Kharkov ກັບບັນດາທ້ອງຖິ່ນຂອງ ຫວຽດນາມ, ພ້ອມທັງສະເໜີໃຫ້ການນຳແຂວງ Kharkov ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ນີ້ ທຳມາຫາກິນ, ດຳລົງຊີວິດຢ່າງສະດວກ, ເປັນປົກກະຕິຢູ່ ອຸກະແຣນ.