ຄະນະຜູ້ແທນ IAEA ກັບຄືນ ອີຮານ ເພື່ອເຈລະຈາກ່ຽວກັບບັນຫານິວຄະເລຍ

ຄະນະຜູ້ແທນ IAEA ກັບຄືນ ອີຮານ ເພື່ອເຈລະຈາກ່ຽວກັບບັນຫານິວຄະເລຍ - ảnh 1


 ທ່ານHerman Nackaerts ແລະຄະນະຜູ້​ແທນ​
(ພາບ: AP)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/1, ຜູ້​ແທນ​ຄະນະ​ໜຶ່ງ​ລວມມີ​ຜູ້​ຊ່ຽວຊານ 8 ທ່ານ ​ທີ່​ຂຶ້ນ​ກັບ​ອົງການ​ພະລັງງານ​ນິວຄະ​ເລຍສາກົນ (IAEA) ​ໂດຍ​ທ່ານ​ຮອງ​ຜູ້ອຳນວຍການ IAEA, Herman Nackaerts ນຳ​ໜ້າ, ​ໄດ້​ໄປ​ຮອດ Tehran ​ໃນ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ກັບ ອີ​ຮານ ກ່ຽວ​ກັບ​ໂຄງການ​ນິວຄະ​ເລຍ ທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ​ຂອງ​ປະ​ເທດ​ນີ້. ກ່າວ​ຄວາມ​ເຫັນ​ຢູ່ ອົດ​ຕະລິດ, ກ່ອນ​ທີ່​ເດີນທາງ​ໄປ Tehran, ທ່ານ​ຮອງ​ຜູ້ອຳນວຍການ IAEA ສະ​ແດງ​ຄວາມ​ຫວັງ​ວ່າ ອີ​ຮານ​ຈະ​ຮ່ວມ​ມື​ກັບ​ຄະນະ​ຜູ້​ແທນ​ ບົນ​ຈິດ​ໃຈ​ສ້າງສັນ. ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຮານ Ramin Mehmanparast ​ກໍ່ໃຫ້​ຮູ້​ວ່າ Tehran ຫວັງ​ວ່າ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢ່າງຮອບດ້ານ​ກັບ IAEA​ ໃນ​ການ​ເຈລະຈາ​ຄັ້ງ​ໃໝ່ນີ້, ​ຖ້າ​ຫາກ IAEA ຮັບຮອງ​ສິດ​ດ້ານ​ນິວຄະ​ເລຍ​ຂອງ ອີ​ຮານ.
ຂ່າວ/ບົດ​ອື່ນ