ຄະນະພັກການທະຫານສູນກາງຜັນຂະຫຍາຍວຽກງານການທະຫານ - ປ້ອງກັນຊາດ 6 ເດືອນທ້າຍປີ

ຄະນະພັກການທະຫານສູນກາງຜັນຂະຫຍາຍວຽກງານການທະຫານ - ປ້ອງກັນຊາດ 6 ເດືອນທ້າຍປີ - ảnh 1
ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ເພື່ອ​ສະຫຼຸບ​ວຽກ​ງານ​ການ​ທະຫານ, ປ້ອງ​ກັນຊາ​ດ​ໃນ 6 ​ເດືອນ​ຕົ້ນ​ປີ
(ພາບ: truongtansang.net)

(vovworld) – ວັນ​ທີ 4/7,  ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ເພື່ອ​ສະຫຼຸບ​ວຽກ​ງານ​ການ​ທະຫານ, ປ້ອງ​ກັນຊາ​ດ​ໃນ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2013. ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ຕີ​ລາຄາ​ວ່າ: ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ຄະນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ຄະນະ​ພັກ​ການ​ທະຫານ​ທຸກ​ຂັ້ນ ​ໄດ້​ປະຕິບັດ​ວຽກ​ງານ​ເປັນ​ເສນາ​ທິການ​ໃຫ້​ພັກ ​ແລະ ລັດ​, ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນທຸກ​ຂັ້ນ ກ່ຽວ​ກັບ​ໜ້າ​ທີ່​ການ​ທະຫານ, ປ້ອງ​ກັນຊາ​ດເປັນ​ຢ່າງ​ດີ; ຍາມ​ໃດ​ກໍ່​ເປັນ​ເຈົ້າ​ການ​ສົມທົບ​ກັບ​ຕຳຫຼວດ ​ແລະ ກຳລັງ​ຕ່າງໆ​ເພື່ອ​ແກ້​ໄຂ​ທຸກ​ສະຖານະ​ການ​ຢ່າງ​ທັນ​ການ, ທົ່ວ​ກອງທັບ​ຍາມ​ໃດ​ກໍ່​ຍືດໝັ້ນ ​ແລະ ​ເຊື່ອ​ໝັ້ນ​ຕໍ່​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ ​ແລະ ປະຕິບັດສຳ​ເລັດໜ້າ​ທີ່ທີ່​ໄດ້​ຮັບ​ມອບ​ໝາຍ. ກ່ຽວ​ກັບ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ: ກອງ​ປະຊຸມ​ໄດ້​ວາງ​ອອກ 16 ໜ້າ​ທີ່​ວຽກ​ງານ, ​ໃນ​ນັ້ນ​ສຸມ​ໃສ່​ຊີ້​ນຳ​ສືບ​ຕໍ່​ຄົ້ນ​ຄ້ວາ, ກຳ​ແໜ້ນ​ສະພາບ​ການ, ບໍ່​ໃຫ້​ຕົກ​ເຂົ້າ​ສູ່​ທ່າ​ຮັບ, ປະຕິບັດ​ລະບອບ​ກຽມພ້ອມ​ສູ້​ຮັບ ຕິດ​ພັນ​ກັບ​ການ​ເພີ່ມ​ເຕີມ, ປັບປຸງ ​ແລະ ຈັດ​ຕັ້ງ​ການ​ຊ້ອບຮົບ​ໃນ​ທຸກ​ຂັ້ນ, ​ເປັນ​ເສນາ​ທິການ, ສົມທົບ​ກັນ​ແກ້​ໄຂ​ທຸກ​ສະຖານະ​ການ​ຢ່າງ​ທັນ​ການ ​ແລະ ມີ​ປະສິດ​ທິຜົນ, ປົກ​ປ້ອງ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ສິນ​ທະ​ເລ​ຂອງ​ຊາວ​ປະມົງ, ​ປະຕິບັດ​ວຽກ​ງານ​ຕໍ່ສູ້, ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ, ຕ້ານ​ການ​ຄ້າ​ເຖື່ອນ​ຢູ່​ເຂດ​ຊາຍ​ແດນ ​ແລະ ​ທະ​ເລ​ໃຫ້​ດີ.

ຂ່າວ/ບົດ​ອື່ນ