ຄະນະລັດຖະບານ ອິດສະຣາແອນ ຮັບຮອງເອົາບ້ວງງົບປະມານຮັດເຂັມຂັດ

ຄະນະລັດຖະບານ ອິດສະຣາແອນ ຮັບຮອງເອົາບ້ວງງົບປະມານຮັດເຂັມຂັດ - ảnh 1
ປະຊາຊົນ ປະກິດສະຖານ ແຫ່ຂະບວນປະທ້ວງຄັດຄ້ານບ້ວງ​ງົບປະມານ​ຮັດ​ເຂັມ​ຂັດ
(ພາບ: Reuters)

(vovworld) – ດ້ວຍ​ບັດ​ເຫັນ​ດີ 21 ບັດ ​ແລະ ບັດ​ຄັດ​ຄ້ານ 1 ບັດ, ວັນ​ທີ 14/5, ຄະນະ​ລັດຖະບານ ອິດ​ສະຣາ​ແອນ ​ໄດ້​ຮັບຮອງ​ເອົາ​ບ້ວງ​ງົບປະມານ​ຮັດ​ເຂັມ​ຂັດ 2013 – 2014 ລວມມີ​ຫຼາຍ​ມາດ​ຕະການ​ຫລຸດຜ່ອນ​ລາຍ​ຈ່າຍ ​ແລະ ​ເພີ່ມ​ອັດ​ຕາ​ພາສີ. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​​ໃໝ່​ສຸດ​ຂອງ Tel Aviv ​ໃນ​ການ​ຫລຸດຜ່ອນ​ການຂາດ​ດຸນ​ງົບປະມານ​ແຫ່ງ​ລັດ ​ເຊິ່ງປະຈຸ​ບັນ​ພວມ​ຢູ່​ໃນ​ລະ​ດັບ​ສູງ​ແມ່ນ 11 ຕື້ USD. ບັນດາ​ມາດ​ຕະການ​ໄດ້​ຍົກ​ອອກ​ມາ​ໃນ​​ບ້ວງ​ງົບປະມານ​ໃໝ່​ຈະ​ຊ່ວ​ຍ​ໃຫ້​ລັດຖະບານ​ເກັບ​​ຈຳນວນ​ເງິນ 6,4 ຕື້ USD ຜ່ານ​ການ​ຫລຸດຜ່ອນລາຍ​ຈ່າຍ​ 5 ຕື້ USD ຂອງ​ລັດຖະບານ ​ແລະ ​​ເງິນ​ເກັບ​ພາສີ 1,4 ຕື້ USD. ກ່ຽວ​ກັບ​ການ​ຫລຸດຜ່ອນ​ລາຍ​ຈ່າຍ​ສາທາລະນະ, ລັດຖະບານ​ຈະ​ຫລຸດ​ຜ່ອນ​ງົບປະມານທີ່​ສະຫງວນ​ໃຫ້​ແກ່​ບັນດາ​ກະຊວງ​, ຂະ​ແໜງ​ການ ​ເກືອບ​ທັງ​ໝົດ, ​ເວັ້ນ​ເສຍ​ແຕ່​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ກະຊວງ​ເຮັດ​ວຽກ​ໃນ​ຂົງ​ເຂດ​ສະຫວັດດີ​ການ​ສັງຄົມ ​ແມ່ນ​ຈະ​ປະຕິບັດ​ຕາມ​ຂັ້ນ​ຕອນ​ຫລຸດຜ່ອນ​ລາຍ​ຈ່າຍ 2% ​ໃນ​ປີ​ນີ້ ​ແລະ 3% ​ໃນ​ປີ​ໜ້າ. ງົບປະມານ​​ໃຫ້​ແກ່​ການ​ປ້ອງ​ກັນ​ຊາດ​ຈະຖືກຫລຸດຜ່ອນ​ພຽງ 850 ລ້ານ USD, ​ແທນ​ທີ 1,14 ຕື້ USD ຄື​ຂໍ້​ສະ​ເໜີ​ກ່ອນ​ນັ້ນ​ຂອງ​ລັດຖະມົນຕີ​ການ​ເງິນ.

ຂ່າວ/ບົດ​ອື່ນ