ຄະນະສິລະປະກອນກອງທັບປະຊາຊົນລາວຢ້ຽມຢາມແລະສະແດງຢູ່ຫວຽດນາມ

ຄະນະສິລະປະກອນກອງທັບປະຊາຊົນລາວຢ້ຽມຢາມແລະສະແດງຢູ່ຫວຽດນາມ - ảnh 1
ພາບ​ປະ​ກອບ

 (vovworld) ​​- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ 25 ປີ ​ແຫ່ງ​ວັນ​ບຸນທົ່ວ​ປວງ​ຊົນປ້ອງ​ກັນ​ຊາດ, ຄະນະສິລະ​ປະກອນກອງທັບ​ປະຊາຊົນ​ລາວ ​​ໂດ​ຍທ່ານພັນ​ຕີ ບຸນ​ເຫຼືອ ​ໄຊ​ຍະ​ເພັນ, ຮອງ​ຫົວໜ້າ​ກົມ​ກົມໂຄສະນາ​ອົບຮົມກອງທັບ​ປະຊາຊົນ​ລາວ ນຳ​ໜ້າ​ຄະນະ​ຈະ​ເຂົ້າ​ຮ່ວມ​ການສະ​ແດງ​ຢູ່​ຫວຽດນາມ.

               ທີ່​ການ​ຕ້ອນຮັບ​ຄະນະ​ໃນ​ຕອນ​ບ່າຍ​ວັນ​ທີ 06/11, ທ່ານພົນ​ຕີ​ຫງວຽນ​ຈ້ອງ​ເງ້ຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ, ​ໄດ້​ຂຳ່ນັບ​ຮັບ​ຕ້ອນ​ຄະນະ​ທີ່​​ໄດ້ມາ​ຫວຽດນາມ ​ແລະ ​ໃຫ້​ຮູ້​ວ່າກະຊວງ​ປ້ອງ​ກັນ​      ປະ​ເທດ​ຫວຽດນາມ ​ໄດ້​ມີ​ແຜນການ​ຊ່ວຍ​ເຫຼືອ​ການ​ກໍ່ສ້າງ​ເຮືອນ​ຝຶກ​ແອບ​ໃຫ້​​ແກ່ ຄະນະສິລະ​ປະກອນກອງທັບ​ປະຊາຊົນ​ລາວ. ​ເມື​່ອກິດຈະກຳ​ໄດ້​ຮັບ​ການສຳ​ເລັດ​ຈະ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກ​ແອບ​ສະ​ແດງ​ຂອງ​ພະນັກງານ, ນັກສິລະ​ປິນພ້ອມ​ທັງ​ຮັດ​ແໜ້ນ​ນຳ້​ໃຈ​ມິດຕະພາບ, ຄວາມ​ສາມັກຄີ ລະຫວ່າງ ກອງທັບ 2 ປະ​ເທດຍິ່ງກ່ວາ​ອີກ. ຝ່າຍ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​​ທີ່ດີ ເພື່ອ​ຊ່ວ​ຍ​ເຫຼືອ​ບຳລຸງ​ສ້າງ​ພະນັກງານ, ນັກສິລະ​ປິນ​ໃຫ້​ແກ່​ຄະນະສິລະ​ປະກອນກອງທັບ​ປະຊາຊົນ​ລາວ ​ແລະ ມີ​ລາຍການ​ແລກປ່ຽນ, ພົບ​ປະ​ແລກປ່ຽນ​ ລະ​ຫວ່າງ​ບັນດາ​ຄະນະສິລະ​ປະກອນ ກອງທັບ 2 ປະ​ເທດ​ເປັນ​ປະຈຳ ​ເພື່ອ​ຮຳ່​ຮຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ.


ຂ່າວ/ບົດ​ອື່ນ